ຂ່າວເດັ່ນ

ຄະ​ນະ​ນັກ​ຂ່າວ​ສາ​ກົນ ໄປ​ຢ້ຽມ​ຊົມ​ໝູ່ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ ບາດ​ຈ່າງ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ​ທີ 2 ກັນ​ຍາ

ຄະ​ນະ​ນັກ​ຂ່າວ​ສາ​ກົນ ໄປ​ຢ້ຽມ​ຊົມ​ໝູ່ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ ບາດ​ຈ່າງ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ​ທີ 2 ກັນ​ຍາ

(VOVWORLD) - ພະແນກການທ່ອງທ່ຽວ ຮ່າໂນ້ຍໄດ້ສົມທົບກັບສູນສິ່ງຍອດຍິ່ງໝູ່ບ້ານອາຊີບ ຫວຽດນາມ ໄດ້ຈັດລາຍການຕ້ອນຮັບຄະນະນັກຂ່າວຕ່າງປະເທດ, ນັກຂ່າວຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຊົມ, ລົງພຶດຕິກຳຕົວຈິງຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ (ຕາແສງຢາເລິມ, ຮ່າໂນ້ຍ).

ຄະນະນັກຂ່າວສາກົນ ໄປຢ້ຽມຊົມໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດທີ 2 ກັນຍາ (ພາບ: TTXVN)

ຕອນບ່າຍວັນທີ 28 ສິງຫາ, ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ (2/9/1945 – 2/9/2025), ພະແນກການທ່ອງທ່ຽວ ຮ່າໂນ້ຍໄດ້ສົມທົບກັບສູນສິ່ງຍອດຍິ່ງໝູ່ບ້ານອາຊີບ ຫວຽດນາມ ໄດ້ຈັດລາຍການຕ້ອນຮັບຄະນະນັກຂ່າວຕ່າງປະເທດ, ນັກຂ່າວຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຊົມ, ລົງພຶດຕິກຳຕົວຈິງຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ (ຕາແສງຢາເລິມ, ຮ່າໂນ້ຍ). ນະທີ່ນີ້, ຄະນະໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດ, ຄຸນຄ່າວັດທະນະທຳ - ສິລະປະ ຂອງ ບາດຈ່າງ, ພ້ອມກັບໄປຢ້ຽມຊົມບັນດາສະຖານທີ່ຮ່ອງຮ່ອຍພົ້ນເດັ່ນຄື: ສາລາບ້ານ, ຖະໜົນເກົ່າ, ເຮືອນທຸກຍາກລຳບາກ, ສະຖານທີ່ເຮັດອາຊີບເຄື່ອງປັ້ນດິນເຜົາ ບາດຈ່າງໃນເມື່ອກ່ອນ ແລະ ປັດຈຸບັນ…, ທ່ານເຈິ່ນຈຸງຮຽວ ຮອງຫົວໜ້າພະແນກການທ່ອງທ່ຽວຮ່າໂນ້ຍ, ແບ່ງປັນກັບຄະນະ ນະຄອນມີຫຼາຍຮ່ອງຮອຍ, ມໍລະດົກ, ໝູ່ບ້ານອາຊີບ, ອາຫານການກິນ, ງານບຸນ… ແລະ ກຳນົດທິດຈະສ້າງເຄື່ອງໝາຍການທ່ອງທ່ຽວຮ່າໂນ້ຍ ກາຍເປັນສະຖານທີ່ຂອງມໍລະດົກນັບພັນປີ, ສະຖານທີ່ນັດພົບຂອງນະຄອນເພື່ອສັນຕິພາບ. ການລົງພຶດຕິກຳຕົວຈິງ, ການສຳຫຼວດຂອງຄະນະຢູ່ໝູ່ບ້ານອາຊີບບາດຈ່າງ ໄດ້ຮັບຄວາມມຸ່ງຫວັງຈະປະກອບສ່ວນໂຄສະນາພາບພົດຮ່າໂນ້ຍ ແລະ ການບໍລິການທ່ອງທ່ຽວນະຄອນອອກສູ່ໂລກຢ່າງແຮງກ່ວາອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.