ຂ່າວເດັ່ນ

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ World Games 2025

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ World Games 2025

(VOVWORLD) - ງານມະຫາກຳກິລາປີນີ້ ປະກອບດ້ວຍ 253 ເນື້ອໃນຂອງກິລາ 34 ປະເພດ, ຫວຽດນາມ ມີນັກກິລາ 25 ຄົນ ເຂົ້າຮ່ວມການແຂ່ງຂັນໃນ 7 ປະເພດກິລາ

ວັນທີ 05 ສິງຫາ, ກຸ່ມນັກກິລາທຳອິດຂອງກິລາ ຫວຽດນາມ ໄດ້ເດີນທາງໄປຍັງ  ເສິງຕູ, ປະເທດ ຈີນ, ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາ World Games 2025 ທີ່ຈະເລີ່ມແຂ່ງຂັນແຕ່ວັນທີ 07 ສິງຫາ.  World Games 2025 ແມ່ນງານມະຫາກຳກິລາໂລກດ້ວຍກິລາປະເພດຕ່າງໆ ໂດຍບໍ່ນອນໃນລາຍການແຂ່ງຂັນ Olympic. ງານມະຫາກຳກິລາປີນີ້ ປະກອບດ້ວຍ 253 ເນື້ອໃນຂອງກິລາ 34 ປະເພດ, ຫວຽດນາມ ມີນັກກິລາ 25 ຄົນ ເຂົ້າຮ່ວມການແຂ່ງຂັນໃນ 7 ປະເພດກິລາ, ເຊັ່ນ: ວູຊູ, ກິກບອກຊິງ, ມວຍ, ແອໂຣບິກ, ບີລຽດ, ເປຕັງ, ບານຫາດຊາຍທະເລ. ໃນຈຳນວນດັ່ງກ່າວ, ມີ ທ້າວ ເຈິ່ນຢຸຍເຍິດ ນັກກິລາມວຍ ແລະ ນາງ ເຢືອງຖຸຍວີ  ນັກກິລາ ວູຊູ ເຄີຍຍາດໄດ້ຫຼຽນຄຳໃນງານມະຫາກຳກິລາ World Games ຄັ້ງຫຼ້າສຸດ ທີ່ຈັດຂຶ້ນເມື່ອປີ 2022.

This site is protected by reCAPTCHA and the Google Privacy Policy and Terms of Service apply.