ຂ່າວເດັ່ນ

ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ປະ​ກອບ​ຄຳ​ເຫັນ​ໃສ່ຫຼາ​ຍ​ເນື້ອ​ໃນ​ສຳ​ຄັນ

ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ປະ​ກອບ​ຄຳ​ເຫັນ​ໃສ່ຫຼາ​ຍ​ເນື້ອ​ໃນ​ສຳ​ຄັນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີຊຸກຍູ້ການຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດບົນພື້ນຖານຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ ໃຫ້ແກ່ບັນດາທ້ອງຖິ່ນ, ປະຕິບັດນະໂຍບາຍຍົກເວັ້ນວິຊາ ໃຫ້ເປັນຢ່າງດີເພື່ອດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະນາ, ປະກອບຄຳເຫັນ ກ່ຽວກັບການຕີລາຄາສະພາບການເສດຖະກິດ - ສັງຄົມເດືອນເມສາ ແລະ 4 ເດືອນຕົ້ນປີ 2025, ພ້ອມທັງປະກອບຄຳເຫັນໃສ່ບາງເນື້ອໃນອື່ນເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມລັດຖະບານສະໄໝສາມັນເດືອນເມສາ 2025.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີຊຸກຍູ້ການຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດບົນພື້ນຖານຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ ໃຫ້ແກ່ບັນດາທ້ອງຖິ່ນ, ປະຕິບັດນະໂຍບາຍຍົກເວັ້ນວິຊາ ໃຫ້ເປັນຢ່າງດີເພື່ອດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມບົນຈິດໃຈເປີດກວ້າງຕະຫຼາດ, ເປີດກ້ວາງເປົ້າໝາຍ, ເປັນເຈົ້າການໃນການສະເໜີ, ບູລະນະບັນດາວິທີການເຈລະຈາກັບ ອາເມລິກາ ທີ່ກ່ຽວຂ້ອງເຖິງອັດຕາພາສີສົມທົບ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ, ມີປະສິດທິຜົນ, ສົມທົບກັນຢ່າງກົມກຽວ, ສົມເຫດສົມຜົນ, ມີປະສິດທິຜົນລະຫວ່າງນະໂຍບາຍເງິນຕາ ແລະ ນະໂຍບາຍປີການເງິນ, ຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ແກ້ໄຂບັນດາຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ, ດຳເນີນທຸລະກິດຢ່າງທັນການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.