ຂ່າວເດັ່ນ

ຄະ​ນະ​ຜູ້​ແທນ ລັດ​ເຊຍ ປ​ະ​ຊຸມ​ປຶກ​ສາ​ຫາ​ລື​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ

ຄະ​ນະ​ຜູ້​ແທນ ລັດ​ເຊຍ ປ​ະ​ຊຸມ​ປຶກ​ສາ​ຫາ​ລື​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ

(VOVWORLD) - ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ ຄາດວ່າ ຈະໄດ້ດຳເນີນໃນເວລາ 11 ໂມງ 30 ນາທີ (ຂອງວັນທີ 15 ສິງຫາ ຕາມເວລາທ້ອງຖິ່ນ), ຢູ່ຖານທີ່ໝັ້ນການທະຫານ Elmendorf – Richardson, ຢູ່ນະຄອນ Anchorage, Alaska, ອາເມລິກາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ດຳເນີນກອງປະຊຸມກັບບັນດາສະມາຊິກຫຼັກແຫຼ່ງໃນຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ  Sergey Lavrov, ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Andrey Belousov ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ ລັດເຊຍ ໃນກອງປະຊຸມ (ພາບ: kremlin.ru)

        ນະທີ່ນີ້, ທ່ານ Putin ປະທານາທິບໍດີ ລັດເຊຍ  ໄດ້ແຈ້ງໃຫ້ຊາບລະອຽດກ່ຽວກັບສະພາບການເຈລະຈາສອງຝ່າຍກັບຝ່າຍ ຢູແກຼນ. ການນຳ ລັດເຊຍ ເນັ້ນໜັກວ່າ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ  ພວມມານະພະຍາຍາມຢ່າງແຮງ ເພື່ອແນໃສ່ຢຸດຕິການປະທະກັນ, ພ້ອມທັງບໍ່ຍົກເວັ້ນກໍລະນີສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃໝ່ ໃນຂົງເຂດຄວບຄຸມ ອາວຸດບຸກໂຈມຕີຍຸດທະສາດ.

        ກໍໃນວັນດຽວກັນ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ລາຍການພົບປະສຸດຍອດລະຫວ່າງ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ  ຢູ່ Alaska ໄດ້ຮັບການຕົກລົງເປັນເອກະພາບແລ້ວ. ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ ຄັ້ງນີ້ ແມ່ນແກ້ໄຂວິກິດການຢູ່ ຢູແກຼນ, ປຶກສາຫາລືກ່ຽວກັບການຮ່ວມມື ລັດເຊຍ - ອາເມລິກາ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ບັນດາບັນຫາພາກພື້ນ.

ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ


This site is protected by reCAPTCHA and the Google Privacy Policy and Terms of Service apply.