ຂ່າວເດັ່ນ

ຄະ​ນະ​ຜູ້​ແທນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເດີນ​ທາງ​ໄປ​ຢ້ຽມ​ຢາມ ຊີ​ຣີ ເປັນ​ເທື່ອ​ທຳ​ອິດ

ຄະ​ນະ​ຜູ້​ແທນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເດີນ​ທາງ​ໄປ​ຢ້ຽມ​ຢາມ ຊີ​ຣີ ເປັນ​ເທື່ອ​ທຳ​ອິດ

(VOVWORLD) - ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ.

ທ່ານປະທານາທິບໍດີ ຊີຣີ Ahmed al-Sharaa ຕ້ອນຮັບຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ  ໃນວັນທີ 4/12/2025. Ảnh:  (ພາບ: REUTERS/Khalil Ashawi)

ວັນທີ 04 ທັນວາ, ຄະນະຜູ້ແທນຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເດີນທາງໄປຢ້ຽມຢາມ ຊີຣີ ເປັນເທື່ອທຳອິດ ພາຍຫຼັງກວ່າ 01 ທົດສະວັດທີ່ເກີດການປະທະກັນ. ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ. ຄະນະຜູ້ແທນກໍຈະໄປສຳຫຼວດເຂດ Jobar, ຢູ່ຊານເມືອງ Damascus, ບ່ອນທີ່ເຄີຍຖືກທຳລາຍຢ່າງໜັກໜ່ວງໃນບັ້ນສົງຄາມ.

        ທ່ານ  Samuel Zbogar, ເອກອັກຄະລັດຖະທູດ ສະໂລເວນີ, ປະເທດປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ, ໃຫ້ຮູ້ວ່າ ຈຸດປະສົງຂອງການປະຕິບັດງານຄັ້ງນີ້ແມ່ນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສປຊ ແລະ ອຳນາດການປົກຄອງໃໝ່ຂອງ ຊີຣີ, ພ້ອມທັງສະແດງຄວາມຫວັງຕໍ່ກັບວິວັດທະນການຂ້າມຜ່ານຢ່າງຮອບດ້ານ, ການເຕີບໂຕແບບກວມລວມ ແລະ ການຕ້ານການກໍ່ການຮ້າຍ. ທ່ານ Zbogar ຕີລາຄາວ່າ ການຢ້ຽມຢາມໄດ້ດຳເນີນໃນ “ຈຸດເວລາແກ່ນສານ” ສຳລັບ ຊີຣີ ແລະ ລີບັງ. ຄາດວ່າ, ຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ ຈະສືບຕໍ່ໄປຢ້ຽມຢາມປະເທດ ລີບັງ ໃນ 2 ວັນຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.