ຂ່າວເດັ່ນ

ຄະ​ນະ​ທູ​ຕາ​ນູ​ທ​ູດ ຫວຽດ​ນາມ ປະ​ຈຳຫຼາຍ​ປະ​ເທດ​ອາ​ໄລ​ຫາ​ການ​ນຳ​ລາວ ທ່ານ​ຄຳ​ໄຕ ສີ​ພັນ​ດອນ

ຄະ​ນະ​ທູ​ຕາ​ນູ​ທ​ູດ ຫວຽດ​ນາມ ປະ​ຈຳຫຼາຍ​ປະ​ເທດ​ອາ​ໄລ​ຫາ​ການ​ນຳ​ລາວ ທ່ານ​ຄຳ​ໄຕ ສີ​ພັນ​ດອນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນຳໜ້າຄະນະພະນັກງານບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປສະແດງຄວາມເສົ້າສະຫຼົດໃຈ, ວາງພວງມາລາ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຂ້ຽນປຶ້ມໄວ້ອາໄລທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ (ພາບ: VOV)

ວັນທີ 3 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນຳໜ້າຄະນະພະນັກງານບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປສະແດງຄວາມເສົ້າສະຫຼົດໃຈ, ວາງພວງມາລາ ແລະ ຂ້ຽນປຶ້ມໄວ້ອາໄລທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດ ນາຍົກລັດຖະມົນຕີ ສປປ.ລາວ ຢູ່ສຳນັກງານຄະນະຜູ້ຕາງໜ້າລາວ ປະຈຳ ສປຊ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າຫວຽດນາມປະຈຳ ເຊີແນວ ໂດຍທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ນຳໜ້າໄດ້ໄປວາງພວງມາລາອາໄລຫາທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດ ນາຍົກລັດຖະມົນຕີ ສປປ.ລາວ ຢູ່ນັກງານຄະນະຜູ້ຕາງໜ້າລາວ ປະຈຳ ເຊີແນວ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ໄທໂດຍທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮູ່ງ ນຳໜ້າຄະນະກໍ່ໄດ້ໄປວາງພວງມາລາ, ອາໄລຫາການນຳລາວທ່ານ ຄຳໄຕ ສີພັນດອນຢູ່ ສະຖານທູດ ລາວ ປະຈຳ ບັງກອກ, ໄທ.

This site is protected by reCAPTCHA and the Google Privacy Policy and Terms of Service apply.