ຂ່າວເດັ່ນ

ຄາດ​ວ່າກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV ຈະ​ດຳ​ເນີນ​ພາຍ​ໃນ 42 ວັນ

ຄາດ​ວ່າກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV ຈະ​ດຳ​ເນີນ​ພາຍ​ໃນ 42 ວັນ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມເທື່ອທີ 49 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ, ຕອນບ່າຍວັນທີ 12 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນເທື່ອທີ 2 ຕໍ່ເລື່ອງກະກຽມກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV.

ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດກ່າວຄຳເຫັນທີ່ວາລະປະຊຸມ (ພາບ: qdnd.vn)

ຄະນະປະຈຳສະພາແຫ່ງຊາດໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຄາດວ່າ ກອງປະຊຸມສະໄໝສາມັນເທື່ອທີ 10 ຈະດຳເນີນພາຍໃນ 42 ວັນ, ສະພາແຫ່ງຊາດຈະພິຈາລະນາ, ຕົກລົງ: ຮ່າງກົດໝາຍ, ມະຕິ 43 ສະບັບ ກ່ຽວກັບວຽກງານສ້າງກົດໝາຍ; 12 ກຸ່ມເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ການຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນ.

        ທີ່ວາລະປະຂຸມ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ, ທ້າຍປີ 2025, ມີຫຼາຍວຽກງານທີ່ຕ້ອງສຸມກຳລັງແຮງ, ໃນນັ້ນ, ມີການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ ຄາດວ່າຈະດຳເນີນໃນເດືອນມັງກອນ 2026, ມຸ່ງຮອດວັນທີ 15 ມີນາ 2026 ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

This site is protected by reCAPTCHA and the Google Privacy Policy and Terms of Service apply.