ຂ່າວເດັ່ນ

ຄຳສັ່ງ​ຢຸດ​ຍິງ​ສືບ​ຕໍ່​ໄດ້​ຮັກ​ສາ, ອີ​ຣານ​ກະ​ກຽມ​ເລີ່ມ​ຕົ້ນ​ການ​ຮ້ອງ​ຟ້ອງ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ ຕ້ອງ​​ຊົດ​ເຊີຍ

ຄຳສັ່ງ​ຢຸດ​ຍິງ​ສືບ​ຕໍ່​ໄດ້​ຮັກ​ສາ, ອີ​ຣານ​ກະ​ກຽມ​ເລີ່ມ​ຕົ້ນ​ການ​ຮ້ອງ​ຟ້ອງ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ ຕ້ອງ​​ຊົດ​ເຊີຍ

(VOVWORLD) - ບັນດາການເຄື່ອນໄຫວຄົມມະນາຄົມ, ການຜະລິດເສດຖະກິດ, ການຄ້າ, ການບໍລິການ,ຂໍ້ມູນຕິດຕໍພົວພັນ… ຢູ່ບັນດາທ້ອງຖິ່ນເກືອບທັງໝົດຢູ່ອີຣານ ໄດ້ຟື້ນຟູໂດຍພື້ນຖານຄືກ່ອນໄລຍະເກີດການປະທະກັນກັບອິດສະລາແອັນໃນວັນທີ 13 ມິຖຸນາ.

ພາບປະກອບ: REUTERS

ວັນທີ 25 ມິຖຸນາ, ແມ່ນວັນທີສອງຢ່າງລຽນຕິດ ທີ່ບັນດາຝ່າຍຮັກສາ ແລະ ປະຕິບັດຕາມຄຳສັ່ງຢຸດຍິງຢ່າງສົມບູນລະຫວ່າງ ອິດສະລາແອັນ ແລະ ອີຣານ. ຢູ່ແຕ່ລະປະເທດ, ບັນດາການເຄື່ອນໄຫວໃນໄລຍະກ່ອນເກີດການປະທະກັນເກີດຂຶ້ນ, ຄ່ອຍໆໄດ້ຮັບການຟື້ນຟູ.

ບັນດາການເຄື່ອນໄຫວຄົມມະນາຄົມ, ການຜະລິດເສດຖະກິດ, ການຄ້າ, ການບໍລິການ,ຂໍ້ມູນຕິດຕໍພົວພັນ… ຢູ່ບັນດາທ້ອງຖິ່ນເກືອບທັງໝົດຢູ່ອີຣານ ໄດ້ຟື້ນຟູໂດຍພື້ນຖານຄືກ່ອນໄລຍະເກີດການປະທະກັນກັບອິດສະລາແອັນໃນວັນທີ 13 ມິຖຸນາ. ຢູ່ນະນອນຫຼວງ Tehran ເຊິ່ງເປັນໜຶ່ງໃນບັນດາເຂດຖືກຜົນເສຍຢ່າງຢ່າງໜັກໜ່ວງທີ່ສຸດພາຍຫຼັງ 12 ວັນເກີດການປະທະກັນ, ມີປະຊາຊົນນັບໜຶ່ນຄົນທີ່ອົບພະຍົບລີ້ໄພໄດ້ກັບຄືນເມືອບ້ານ.

ຢູ່ອິດສະລາແອັນ, ສະໜາມບິນສາກົນໃຫຍ່ທີ່ສຸດແມ່ນ Ben Gurion ຢູ່ Tel Aviv ໄດ້ກັບຄືນເຂົ້າສູ່ການເຄື່ອນໄຫວເປັນປົກກະຕິ. ມີບໍລິສັດການບິນຫຼາຍແຫ່ງຢູ່ພາກພື້ນ ແລະ ສາກົນກໍ່ເລີ່ມຟື້ນຟູບັນດາການເຄື່ອນໄຫວຖ້ຽວບິນເດີນທາງໄປ ແລະ ມາ ຈາກອິດສະລາແອັນ. ໃນນັ້ນ, Flydubai ຂອງບັນດາບໍລິສັດການບິນສາກົນຂອງ UAE ແມ່ນບໍລິສັດທຳອິດ ທີ່ຟື້ນຟູບັນດາຖ້ຽວບິນໄປຍັງອິດສະລາແອັນໃນຄຳຄືນຂອງມື້ວານນີ້.

ໂດຍກ່ຽວຂ້ອງເຖິງການແກ້ໄຂຜົນຕາມມາຈາກການປະທະກັນ, ມື້ວານນີ້ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Saeed Khatibzadeh ໄດ້ປະກາດວ່າປະເທດນີ້ພວມກະກຽມສົ່ງໃບຮ້ອງຟ້ອງຂຶ້ນສປຊ, ຮຽກຮ້ອງອາເມລິກາ ຊົດເຊີຍ ຕໍ່ບັນດາຜົນເສຍຫາຍ ຢູ່ສາມຮາກຖານນິວເຄຼຍຂອງ ອີຣານ ພາຍຫຼັງການບຸກໂຈມຕີທາງອາກາດເມື່ອຕອນເຊົ້າວັນທີ 22 ມິຖຸນາ. ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ກໍ່ອອກແຈ້ງການຢັ້ງຢືນວ່າບັນດາຮາກຖານນິວເຄຼຍຂອງປະເທດນີ້ ຖືກເປເພຢ່າງຮ້າຍແຮງຍ້ອນບັນດາການບຸກໂຈມຕີທາງອາກາດຂອງ ອາເມລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.