ຂ່າວເດັ່ນ

ຄະນະຜູ້ແທນການນຳ, ນັກຂ່າວຢ້ຽມຢາມໝູ່ເກາະ ເຈືອງຊາ

ຄະນະຜູ້ແທນການນຳ, ນັກຂ່າວຢ້ຽມຢາມໝູ່ເກາະ ເຈືອງຊາ

(VOVWORLD) -ຄະນະປະຕິບັດງານເລກທີ 25, ລວມມີການນຳ , ນັກຂ່າວ 100 ຄົນຂອງບັນດາອົງການສື່ມວນຊົນ ແລະ ສະມາຄົມນັກຂ່າວ ຫວຽດນາມ ໄດ້ເລີ່ມເຄື່ອນໄຫວຢ້ຽມຢາມ ກອງທັບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ ແລະ ສູນ DK 1

ຄະນະຜູ້ແທນການນຳ, ນັກຂ່າວຖ່າຍຮູບເປັນທີ່ລະນຶກ

     ການຢ້ຽມຢາມ ກອງທັບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ ແລະ ສູນ DK 1. ແມ່ນການເດີນທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2025) ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈ “ທຸກຄົນມຸ່ງໄປສູ່ທະເລໝູ່ເກາະອີກດ້ວຍ.

         ຄະນະຜູ້ແທນນັກຂ່າວໂດຍທ່ານ ເລກວກມິນ, ຫົວໜ້າບັນນາທິການໃຫຍ່ໜັງສືພິ ເຍີນເຢີນ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມນັກຂ່າວຫວຽດນາມ ນຳໜ້າ. ທາງຝ່າຍກອງບັນຊາການທະຫານເຮືອເຂດ 2, ໂດຍພັນເອກ ໂດ້ຮົ່ງຢວຽນ, ຮອງຫົວໜ້າການເມືອງທະຫານເຮືອເຂດ 2 ເປັນຫົວໜ້າຄະນະ

     ເນື່ອງໃນໂອກາດນີ້, ທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມການເດີນທາງ
    ໃນຂອບເຂດການເຮັດວຽກ, ສະມາຄົມນັກຂ່າວຫວຽດນາມ ແລະ ບັນດາຫົວໜ່ວຍຮ່ວມເດເດີນທາງໄດ້ໜູນຊ່ວນເງິນ 1,7 ຕື້ດົ່ງ (ຫຼາຍກວ່າ 65.500 USD) ໃຫ້ແກ່ເຫຼົ່າທັບເຮືອ 

This site is protected by reCAPTCHA and the Google Privacy Policy and Terms of Service apply.