ຂ່າວເດັ່ນ

ຄະນະຜູ້ແທນຂັ້ນສູງ ລັດເຊຍ ເດີນທາງໄປເຖິງ ຊາອຸດິ ອາຣັບບີ ເພື່ອພົບປະກັບຄະນະຜູ້ແທນ ອາເມລິກາ

ຄະນະຜູ້ແທນຂັ້ນສູງ ລັດເຊຍ ເດີນທາງໄປເຖິງ ຊາອຸດິ ອາຣັບບີ ເພື່ອພົບປະກັບຄະນະຜູ້ແທນ ອາເມລິກາ

(VOVWORLD) - ວັນທີ 17 ກຸມພາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ທ່ານ Yuriy Usakov,ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໄດ້ເດີນທາງໄປເຖິງນະຄອນຫລວງ Riyadh ປະເທດ ຊາອຸດິ ອາຣັບບີ ເພື່ອດຳເນີນການເຈລະຈາກັບຜູ້ຕາງຫນ້າ ອາເມລິກາ ໃນວັນທີ 18 ກຸມພາ.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ Yuri Ushakov (ພາບ: anfrussian.com)

ໂຄສົກຂອງປະທານາທິບໍດີ ລັດເຊຍ ທ່ານ Dmitry Peskov ໃຫ້ຮູ້ວ່າ: ບັນດາເຈົ້າຫນ້າທີ່ລັດເຊຍ ຈະພົບປະໂດຍກົງກັບບັນດາເຈົ້າຫນ້າທີ່ ອາເມລິກາ ເພື່ອປຶກສາຫາລືເລື່ອງຟື້ນຟູທັງໝົດການພົວພັນລະຫວ່າງສອງປະເທດ. ນອກນັ້ນ ການພົບປະຈະປຶກສາຫາລືການກະກຽມໃຫ້ແກ່ຄວາມສາມາດເຈລະຈາກ່ຽວກັບມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ຈັດຕັ້ງການພົບປະສຸດຍອດ ລັດເຊຍ - ອາເມລິກາ. ຄະນະຜູ້ແທນ ອາເມລິກາ ຄາດວ່າ ຈະມີທ່ານລັດຖະມົນຕີການຕ່າງປະເທດ Marco Rubio, ທ່ານ Michael Waltz ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານ Steve Witkoff ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບຕາເວັນອອກກາງ.

ໃນເຫດການກ່ຽວຂ້ອງ, ວັນທີ 17 ກຸມພາ ທ່ານປະທານ ສະພາເອີລົບ Antonio Costa ເນັ້ນຫນັກວ່າ : ສະຫະພາບເອີລົບ ຄວນເຂົ້າຮ່ວມການເຈລະຈາກັບລັດເຊຍ ກ່ຽວກັບການປະທະກັນຢູ່ ຢູແກຼນ ແລະ ສ້າງໂຄງສ້າງດ້ານຄວາມໝັ້ນຄົງໃຫມ່.

ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Zelensky ຢືນຢັນ ກີແອັບ ຈະບໍ່ຍອມຮັບໝາກຜົນຂອງບໍ່ວ່າການເຈລະຈາໃດໂດຍບໍ່ມີການເຂົ້າຮ່ວມຂອງປະເທດນີ້.

ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບປະທານາທິບໍດີ ຝລັ່ງ Emmanuel Macron ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ ແລະ ການປະຊຸມຂອງການນຳບັນດາປະເທດ ເອີລົບ ແລະບັນດາການເຈລະຈາລະຫວ່າງເຈົ້າຫນ້າທີ່ ລັດເຊຍ ແລະ ອາເມລິກາ ຢູ່ ຊາອຸດິ ອາຣັບບີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.