ຂ່າວເດັ່ນ

ຄະນະຜູ້ແທນສະມາຄົມນັກຂ່າວ ຫວຽດນາມ ສິ້ນສຸດການໄປປະຕິບັດງານພິເສດຢ້ຽມຢາມທະຫານ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຮ້ານ DK1

ຄະນະຜູ້ແທນສະມາຄົມນັກຂ່າວ ຫວຽດນາມ ສິ້ນສຸດການໄປປະຕິບັດງານພິເສດຢ້ຽມຢາມທະຫານ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຮ້ານ DK1

(VOVWORLD) - ບັນດາສະຖານທີ່ໄປຢ້ຽມຢາມ, ລວມມີ: ເກາະ ດາທິ, ຊິງໂຕນ, ໂກລິນ, ແລັນດາວ, ດາໄຕ (A), ເຈື່ອງຊາ ແລະ ເຮືອນຮ້ານ DK1/19

(ຄະນະຜູ້ແທນຢ້ຽມຢາມເກາະ ເຈື່ອງຊາ)

        ວັນທີ 29 ພຶດສະພາ, ຄະນະຜູ້ແທນສະມາຄົມນັກຂ່າວ ຫວຽດນາມ ສິ້ນສຸດການໄປປະຕິບັດງານພິເສດແຕ່ວັນທີ 23 - 29 ພຶດສະພາ, ໄປຢ້ຽມຢາມທະຫານ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຮ້ານ DK1.

        ທ່ານປະທານສະມາຄົມນັກຂ່າວ ຫວຽດນາມ ເລກວັກມິງ ໃຫ້ຮູ້ວ່າ, ບັນດາສະຖານທີ່ໄປຢ້ຽມຢາມ, ລວມມີ: ເກາະ ດາທິ, ຊິງໂຕນ, ໂກລິນ, ແລັນດາວ, ດາໄຕ (A), ເຈື່ອງຊາ ແລະ ເຮືອນຮ້ານ DK1/19, ຄະນະປະຕິບັດງານໄດ້ເຮັດວຽກ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນ, ພົບປະແລກປ່ຽນສິລະປະກັບທະຫານ, ປະຊາຊົນ ແລະ ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ເຂດເກາະແຫ່ງຕ່າງໆ, ເຮືອນຮ້ານ DK 1/19; ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ພິທີອາໄລຫາບັນດາພະນັກງານ, ນັກຮົບເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ; ຢ້ຽມຢາມອານຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຫໍບູຊາຫາປະທານ ໂຮ່ຈີມິນ ຢູ່ເທດສະບານ ເຈື່ອງຊາ ແລະ ບັນດາກິດຈະກຳວັດທະນະທຳດ້ານຈິດວິນຍານຢູ່ເກາະແຫ່ງຕ່າງໆ…

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ໜູນຊ່ວຍຈຳນວນເງິນກວ່າ 1,7 ຕື້ດົ່ງ ມອບໃຫ້ເຫຼົ່າທັບເຮືອ ແລະ ມອບບັນດາຂອງຂວັນທີ່ມີມູນຄ່າເກືອບ 1 ຕື້ດົ່ງ ໃຫ້ພະນັກງານ, ນັກຮົບ, ປະຊາຊົນຢູ່ເຂດເກາະຕ່າງໆ.

This site is protected by reCAPTCHA and the Google Privacy Policy and Terms of Service apply.