ຂ່າວເດັ່ນ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

(VOVWORLD) - ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

ທ່ານຮອງລັດຖະມົນຕີກະຊວງພາຍໃນ ນາງ ຫງວຽນທິຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນໄດ້ເປັນປະທານ ແລະ ສົມທົບກັບອົງການ ເພື່ອຄວາມສະເໝີພາບລະຫວ່າງ ແມ່ຍິງ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ  (UN Women) ຢູ່ ຫວຽດນາມ ຈັດກອງປະຊຸມປະກາດບົດລາຍງານແຫ່ງຊາດກ່ຽວກັບ 30 ປີແຫ່ງວັນປະຕິບັດຖະແຫຼງການ ແລະ ໂຄງການກະທຳປັກກິ່ງ ຢູ່ ຫວຽດນາມ (1995 - 2025). ເຫດການສ້າງຂີດໝາຍສຳຄັນໃນໄລຍະ 3 ທົດສະວັດແຫ່ງຄວາມມານະພະຍາຍາມເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ຫວຽດນາມ.

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ. ຫວຽດນາມ ຍາມໃດກໍ່ຖືວ່າ ຄວາມສະເໝີພາບລະຫວ່າງນຍິງຊາຍ ແມ່ນພື້ນຖານຂອງຄວາມກ້າວໜ້າສັງຄົມ ແລະ ການພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ນາງ ຫງວຽນທິຮ່າ ເນັ້ນໜັກວ່າ:

ບົດງາຍງານສະບັບນີ້ກໍ່ວາງອອກຄຳໝັ້ນສັນຍາປ່ຽນແປງໃໝ່ຢ່າງແຮງກ່ວາຂອງ ຫວຽດນາມໃນເສັ້ນທາງຕໍ່ໄປກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ. ພວກຂ້າພະເຈົ້າກໍ່ເຄົາລົບ, ຮັບຮູ້ການຮ່ວມມືໜູນຊ່ວຍອັນລ້ຳຄ່າຂອງ UN Women ໄດ້ຮ່ວມເດີນທາງກັບ ລັດຖະບານ ຫວຽດນາມ ໃນວິວັດການສ້າງບົດລາຍງານກໍ່ຄືເຂົ້າຮ່ວມບັນດາເວທີປາໄສຕີລາຄາ ຢູ່ພາກພື້ນ ແລະ ທົ່ວໂລກ ກ່ຽວກັບການປະຕິບັດ ໂຄງການກະທຳນີ້ ຢ່າງຕັ້ງໜ້າ

This site is protected by reCAPTCHA and the Google Privacy Policy and Terms of Service apply.