ຂ່າວເດັ່ນ

ຂໍ້ຕົກລົງດ້ານການຄ້າ ອີຢູ - Mercosur ປະເຊີນໜ້າກັບສິ່ງທ້າທາຍດ້ານນິຕິກຳຢູ່ ເອີລົບ

ຂໍ້ຕົກລົງດ້ານການຄ້າ ອີຢູ - Mercosur ປະເຊີນໜ້າກັບສິ່ງທ້າທາຍດ້ານນິຕິກຳຢູ່ ເອີລົບ

(VOVWORLD) - ທີ່ການປ່ອນບັດຢູ່ Strasbourg (ຝລັ່ງ) ດ້ວຍໝາກຜົນ 334 ບັດເຫັນດີ ແລະ 324 ບັດຄ້ານ, ບັນດາສະມາຊິກລັດຖະສະພາໄດ້ຮັບຮອງເອົາເລື່ອງຮຽກຮ້ອງໃຫ້ CJEU ຢັ້ງຢືນວ່າ ຂໍ້ຕົກລົງນີ້ມີຄວາມເໝາະສົມກັບນະໂຍບາຍຂອງກຸ່ມຫຼືບໍ່.

        ວັນທີ 21 ມັງກອນ, ລັດຖະສະພາ ເອີລົບ (EP) ໄດ້ດຳເນີນການປ່ອນບັດສົ່ງສຳເນົາເອກະສານຂໍ້ຕົກລົງດ້ານການຄ້າທີ່ຫາກໍ່ລົງນາມລະຫວ່າງ ສະຫະພາບ ເອີລົບ (ອີຢູ) ກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ຂຶ້ນສານຍຸຕິທຳສະຫະພາບ ເອີລົບ (CJEU). ການກະທຳດັ່ງກ່າວໄດ້ສ້າງຄວາມຂາດສະຖຽນລະພາບດ້ານນິຕິກຳຕໍ່ສັນຍາ ແລະ ຖືກອົງການປະຕິບັດກົດໝາຍຂອງສະຫະພາບຕຳໜິຕິຕຽນໃນທັນທີ.

        ທີ່ການປ່ອນບັດຢູ່ Strasbourg (ຝລັ່ງ) ດ້ວຍໝາກຜົນ 334 ບັດເຫັນດີ ແລະ 324 ບັດຄ້ານ, ບັນດາສະມາຊິກລັດຖະສະພາໄດ້ຮັບຮອງເອົາເລື່ອງຮຽກຮ້ອງໃຫ້ CJEU ຢັ້ງຢືນວ່າ ຂໍ້ຕົກລົງນີ້ມີຄວາມເໝາະສົມກັບນະໂຍບາຍຂອງກຸ່ມຫຼືບໍ່. ຕາມນັ້ນແລ້ວ, CJEU ຈະຕ້ອງພິຈາລະນາສິ່ງທ້າທາຍດ້ານນິຕິກຳນີ້, ເຊິ່ງແມ່ນວິວັດການອາດຈະເຮັດໃຫ້ຖືກໂຈະ ຫຼື ຊ້ຳບໍ່ໜຳແມ່ນທຳລາຍຂໍ້ຕົກລົງທີ່ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນໃນຍຸດທະສາດຂອງ ບຣຸກແຊນ ເພື່ອແນໃສ່ເປີດກວ້າງບັນດາຕະຫຼາດໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.