ຂ່າວເດັ່ນ

ຄວາມ​ເຄັ່ງ​ຕຶງ ອິດ​ສະ​ຣາ​ແອັນ - ອີ​ຣານ: ຫຼາຍ​ປະ​ເທດ​ພວມ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຢ່າງວ່ອງ​ໄວ

ຄວາມ​ເຄັ່ງ​ຕຶງ ອິດ​ສະ​ຣາ​ແອັນ - ອີ​ຣານ: ຫຼາຍ​ປະ​ເທດ​ພວມ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຢ່າງວ່ອງ​ໄວ

(VOVWORLD) - ໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ ແລະ ອີຣານ ທີ່ຍັງບໍ່ທັນມີສັນຍານຫຼຸດລົງ, ຫຼາຍປະເທດໃນໂລກພວມຮີບເຮັ່ງດຳເນີນການຍົກຍ້າຍພົນລະເມືອງອອກຈາກບັນດາເຂດອັນຕະລາຍຢູ່ຕາເວັນອອກກາງ.

ປະຊາຊົນໄດ້ຮັບການຍົກຍ້າຍອອກຈາກ ອິດສະຣາແອັນ  ໃນວັນທີ 18/6/2025 (ພາບ: ກະຊວງການຕ່າງປະເທດ ບຸນກາຣີ/ /REUTERS)

ວັນທີ 18 ມິຖຸນາ, ທ່ານລັດຖະມົນຕີກະຊວງການເງິນ ອົດສະຕາລີ Jim Chalmers ໃຫ້ຮູ້ວ່າ ພົນລະເມືອງ ອົດສະຕາລີກວ່າ 1.000 ຄົນ ອາໄສຢູ່ ອິດສະຣາແອັນ ແລະ 870 ຄົນ ຢູ່ ອີຣານ ໄດ້ລົງທະບຽນກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ເພື່ອໜູນຊ່ວຍເຂົາເຈົ້າຍ້າຍໄປຍັງບ່ອນທີ່ປອດໄພ. ກໍໃນວັນດຽວກັນ, ກະຊວງການຕ່າງປະເທດ ອັງກິດ ກໍໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ຄອບຄົວບັນດາພະນັກງານການທູດ ອັງກິດ ປະຈຳຢູ່ Tel Aviv ແລະ Jerusalem ໄດ້ “ຍ້າຍອອກຈາກເຂດນີ້ຊົ່ວຄາວ” ຄືດັ່ງເປັນມາດຕະການປ້ອງກັນ. ໃນຂະນະນັ້ນ, ນັບແຕ່ຕອນເຊົ້າວັນທີ 18 ມິຖຸນາ, ຖ້ຽວບິນພິເສດຂອງບໍລິສັດການບິນສາກົນ ປາກິດສະຖານ ໄດ້ຂົນສົ່ງພົນລະເມືອງ 107 ຄົນຂອງປະເທດ ກັບເມືອ Islamabad. ກະຊວງການຕ່າງປະເທດ ອິນໂດເນເຊຍ ກໍໄດ້ແຈ້ງແຜນການຍົກຍ້າຍພົນລະເມືອງ 386 ຄົນ ອອກຈາກ ອີຣານ.

       ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ບັນດາປະເທດກໍ່ສືບຕໍ່ມານະພະຍາຍາມຊອກຫາວິການທີແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ອີຣານ. ວັນທີ 18 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ Johann Wadephul  ໄດ້ດຳເນີນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ ແລະ ທ່ານລັດຖະມົນຕີການຕ່າງປະເທດຂອງບາງປະເທດເອີຣົບຈຳນວນໜຶ່ງ, ໃນນັ້ນ ທ່ານຮຽກຮ້ອງ ເຕເຮຣານ ເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ຄືນໃໝ່.

        ວັນທີ 18 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ມົດສະກູ ພ້ອມແລ້ວທີ່ຈະສວມບົດບາດເປັນກາງໄກ່ເກ່ຍ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ອີຣານ ແລະ ອິດສະຣາແອັນ, ພ້ອມທັງເນັ້ນໜັກວ່າ ຂໍ້ຕົກລົງຮັບປະກັນສິດພັດທະນານິວເຄຼຍຂອງ ເຕເຮຣານ ແລະ ຄວາມໝັ້ນຄົງເດັດຂາດໃຫ້ແກ່ ອິດສະຣາແອັນ ແມ່ນສິ່ງທີ່ມີຄວາມສາມາດເປັນໄປໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.