ຂ່າວເດັ່ນ

ຄວາມ​ເຄັ່ງ​ຕຶງ ຢູ່​ຕາ​ເວັນ​ອອກ​ກາງ: ຮາ​ມາ​ດ​ ກ່າວ​ຫາ​ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ເຂດ ກາ​ຊາ ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ

ຄວາມ​ເຄັ່ງ​ຕຶງ ຢູ່​ຕາ​ເວັນ​ອອກ​ກາງ: ຮາ​ມາ​ດ​ ກ່າວ​ຫາ​ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ເຂດ ກາ​ຊາ ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ

(VOVWORLD) - ບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ເທດສະບານເມືອງ Beit Lahiya ຢູ່ພາກເໜືອເຂດ ກາຊາ ໄດ້ດຳເນີນໃນວັນດຽວກັນເຮັດໃຫ້ 9 ຄົນເສຍຊີວິດ ແລະ ອີກຈຳນວນໜຶ່ງຖືກບາດເຈັບ.

ຊາວ ປາແລັດສະຕິນ ໂສກເສົ້າເສຍໃຈຕໍ່ຜູ້ປະສົບເຄາະຮ້າຍໃນບັ້ນບຸກໂຈມຕີ (ພາບ: THX/TTXVN)

ວັນທີ 15 ມິນາ, ອົງການສາທາລະນະສຸກ ໃຫ້ຮູ້ວ່າ ບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ເທດສະບານເມືອງ Beit Lahiya ຢູ່ພາກເໜືອເຂດ ກາຊາ ໄດ້ດຳເນີນໃນວັນດຽວກັນເຮັດໃຫ້ 9 ຄົນເສຍຊີວິດ ແລະ ອີກຈຳນວນໜຶ່ງຖືກບາດເຈັບ. ທ່ານ Salama Marouf ຫົວໜ້າຫ້ອງການສື່ມວນຊົນຂອງອຳນາດການປົກຄອງເຂດ ກາຊາ ໂດຍຂະບວນການ ອິດສະລາມ ຮາມາດສ ບໍລິຫານ ໄດ້ຢັ້ງຢືນວ່າ ເຫດບຸກໂຈມຕີດັ່ງກ່າວບໍ່ກໍ່ຄວາມອັນຕະລາຍໃດໆຕໍ່ກອງທັບ ອິດສະຣາແອັນ.

ເຫດການດັ່ງກ່າວເກີດຂຶ້ນໃນສະພາບການ ຮາມາດສ ພວມເຂົ້າຮ່ວມການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບ ອິດສະຣາແອັນ ຢູ່ ອີຢິບ. ຮາມາດສ ກ່າວຫາ ອິດສະຣາແອັນ ຢາກທຳລາຍຄຳສັ່ງຢຸດຍິງ ເມື່ອໄດ້ດຳເນີນຫຼາຍບັ້ນບຸກໂຈມຕີເຮັດໃຫ້ຊາວ ປາແລັດສະຕິນ 150 ຄົນເສຍຊີວິດ ນັບແຕ່ເມື່ອຄຳສັ່ງຢຸດຍິງ ໄລຍະ 1 ມີຜົນສັກສິດໃນວັນທີ 19 ມັງກອນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.