ຂ່າວເດັ່ນ

ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ອີ​ຢິບ ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່ ແນ​ໃສ່​ຟື້ນ​ຟູ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ອີ​ຢິບ ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່ ແນ​ໃສ່​ຟື້ນ​ຟູ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

(VOVWORLD) - ວັນທີ 24 ມີນາ, ອີຢິບ ໄດ້ຍົກອອກຂໍ້ສະເໜີໃໝ່ ແນໃສ່ຟື້ນຟູຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ຕາມນັ້ນແລ້ວ, ອີຢິບ ສະເໜີໃຫ້ ຮາມາດສ ປ່ອຍຕົວປະກັນ ອິດສະຣາແອັນ 5 ຄົນຕໍ່ອາທິດ ແລະ ອິດສະຣາແອັນ ປະຕິບັດໄລຍະທີ 2 ຂອງຄຳສັ່ງຢຸດຍິງພາຍຫຼັງອາທິດທຳອິດ.

ຢູ່ Jabalia, ເຂດ Gaza (ພາບ: TTXVN)

ຂໍ້ສະເໜີຂອງ ອີຢິບ ຍັງລວມມີຂັ້ນຕອນປ່ອຍຕົວປະກັນທັງໝົດເພື່ອແລກເອົາຂັ້ນຕອນ ອິດສະຣາແອັນ ຖອນກຳລັງອອກຈາກເຂດ ກາຊາ ຢ່າງສິ້ນເຊິງ, ພາຍໃຕ້ການຮັບປະກັນຂອງ ອາເມລິກາ. ເຈົ້າໜ້າທີ່ທ່ານໜຶ່ງຂອງ ຮາມາດສ  ບໍ່ຢັ້ງຢືນແຜນການດັ່ງກ່າວຂອງ ອີຢິບ, ແຕ່ໃຫ້ຮູ້ວ່າ “ບາງຂໍ້ສະເໜີພວມໄດ້ຮັບການປຶກສາຫາລືດ້ວຍບັນດາຝ່າຍເປັນກາງໄກ່ເກ່ຍ ເພື່ອຮັດແຄບໄລຍະຫ່າງ ແລະ ເຊື່ອມຕໍ່ບັນດາການເຈລະຈາແນໃສ່ບັນລຸໄດ້ສຽງເວົ້າລວມ, ເປີດທາງໃຫ້ແກ່ການເລີ່ມຕົ້ນໄລຍະທີສອງຂອງຂໍ້ຕົກລົງ”.

        ໃນຂະນະນັ້ນ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໃນວັນທີ 24 ມີນາ, ລະບົບກປ້ອງກັນອາກາດຂອງປະເທດນີ້ໄດ້ຍິງຕົກລູກສອນໄຟ ແລະ rocket ຫຼາຍລູກທີ່ຖືກຍິງຈາກທັງເຂດ ກາຊາ ແລະ ເຢແມນ, ມຸ່ງເຂົ້າ ອິດສະຣາແອັນ. ຕາມ ກຳລັງດັ່ງກ່າວແລ້ວ, ບັນດາບັ້ນບຸກໂຈມຕີບໍ່ກໍ່ຜົນເສຍຫາຍກ່ຽວກັບຊີວິດອິນຊີ. ກອງທັບ ອິດສະຣາແອັນ ໄດ້ໂຕ້ຕອບດ້ວຍຫຼາຍບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ບັນດາຈຸດຍິງລູກສອນໄຟຢູ່ສອງເຂດ Beit Lahiya ແລະ Beit Hanoun, ທາງທິດເໜືອເຂດ ກາຊາ.


This site is protected by reCAPTCHA and the Google Privacy Policy and Terms of Service apply.