ຂ່າວເດັ່ນ

ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ມີຫຼາຍ​ບັ້​ນ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ທົ່ວ​ເຂດ ກາ​ຊາ, ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 100 ຄົນ

ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ມີຫຼາຍ​ບັ້​ນ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ທົ່ວ​ເຂດ ກາ​ຊາ, ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 100 ຄົນ

(VOVWORLD) - ຮຸ່ງເຊົ້າວັນທີ 18 ມີນາ, ກອງທັບ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ດຳເນີນບັ້ນບຸກໂຈມຕີຈຳນວນໜຶ່ງເຂົ້າບັນດາເປົ້າໝາຍຂອງຂະບວນການອິດສະລາມ ຮາມາດສ ໃນທົ່ວເຂດ ກາຊາ.

 ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 80 ຄົນເສຍຊີວິດ ແລະ ປະມານ 150 ຄົນໄດ້ຮັບບາດເຈັບ (ພາບ: IRNA/TTXVN)

ຕາມບັນດາແຫຼ່ງຂ່າວສາທາລະນະສຸກແລ້ວ, ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 80 ຄົນເສຍຊີວິດ ແລະ ປະມານ 150 ຄົນໄດ້ຮັບບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວ.

ໃນຂະນະນັ້ນ, ຕາມອົງການສະພາວະສຸກເສີນພົນລະເຮືອນ ປາແລັດສະຕິນ ແລ້ວ, ຢ່າງໜ້ອຍສຸດມີ 35 ບັ້ນບຸກໂຈມຕີດຳເນີນຢູ່ເຂດ ກາຊາ. ສະເພາະນະຄອນ ກາຊາ ມີຊາວປາແລັດສະຕິນ 8 ຄົນ ເສຍຊີວິດໃນບັ້ນບຸກໂຈມຕີທາງອາກາດ. ປະຕິກິລິຍາດັ່ງກ່າວໄດ້ດຳເນີນໃນສະພາບການ ອິດສະຣາແອັນ ແລະ ຮາມາດສ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການຮັກສາຄຳສັ່ງຢຸດຍິງໃນສະພາບການ ອິດສະຣາແອັນ ແລະ ຮາມາດສ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການຮັກສາຄຳສັ່ງຢຸດຍິງ 3 ໄລຍະ, ເລີ່ມແຕ່ວັນທີ 19 ມັງກອນ ຜ່ານມາ. ການເຈລະຈາຢູ່ ອີຢິບ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດແຄມທະເລ ເມດີ່ເຕຣາເນຍ  ກໍ່ພວມຕົກເຂົ້າສູ່ສະພາບຈົນຕາແຈ, ຂະນະທີ່ບໍ່ມີຝ່າຍໃດຢາກປະນິປະນອມ ແນໃສ່ບັນລຸໄດ້ຂໍ້ຕົກລົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.