ຂ່າວເດັ່ນ

ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ: ອາ​ເມ​ລິ​ກາ ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃໝ່​ເລັງ​ໃສ່ Houthi

ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ: ອາ​ເມ​ລິ​ກາ ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃໝ່​ເລັງ​ໃສ່ Houthi

(VOVWORLD) - ວັນທີ 17 ມີນາ, ອາເມລິກາ ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດໃໝ່ເລັງໃສ່ກຳລັງ Houthi ຢູ່ເຢແມນ ໃນບັ້ນບຸກໂຈມຕີໃໝ່ທີ່ປຸກປື່ນໃນວັນທີ 15 ມີນາ.

ພາບປະກອບ: THX/TTXVN

ຕາມຊ່ອງໂທລະພາບ ຂອງ Houthi ແລ້ວ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 53 ຄົນ ແລະ ຜູ້ຖືກບາດເຈັບເກືອບ 100 ຄົນ ໃນບັນດາບັ້ນບຸກໂຈມຕີຂອງ ອາເມລິກາ ເລັງໃສ່ນະຄອນທ່າກຳປັ່ນ Hodeidah ແລະ ແຂວງ Al Jawf ຢູ່ທາງທິດເໜືອນະຄອນຫຼວງ Sanaa. ກ່ອນໜ້ານັ້ນ, ກຳລັງ Houthi ໄດ້ຢຸດຕິການບຸກໂຈມຕີ ອິດສະລາແອັນ ແລະ ບັນດາເສັ້ນທາງຂົນສົ່ງທາງທະເລທົ່ວໂລກເມື່ອຄຳສັ່ງຢຸດຍິງຢູ່ເຂດກາຊາມີຜົນບັງຄັບໃຊ້ໃນເດືອນມັງກອນປີ 2025. ເຖິງຢ່າງໃດກໍຕາມ, ໃນທ້າຍອາທິດຜ່ານມາ, ກຳລັງນີ້ໄດ້ອອກຖະແຫຼງການວ່າເຂົາເຈົ້າຈະປະຕິບັດການບຸກໂຈມຕີອີກ ຈົນຮອດເວລາໃດທີ່ອິດສະລາແອັນ ຈະລົບລ້າງຄຳສັ່ງປິດລ້ອມການອຸປະຖຳໃຫ້ແກ່ເຂດກາຊາ, ທີ່ໄດ້ຈັດວາງໃສ່ໃນວັນທີ 2 ມີນາພາຍຫຼັງສິ້ນສຸດໄລຍະທີໜຶ່ງຂອງຂໍ້ຕົກລົງຢຸດຍິງ ແລະ ມອບຮັບຕົວປະກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.