ຂ່າວເດັ່ນຄວາມຫວັງໃໝ່ໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ
ຄວາມຫວັງໃໝ່ໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ
ວັນອາທິດ, 18:16, 25/01/2026
VOV5
(VOVWORLD) - ໃນລະຫວ່າງວັນທີ 23 – 24 ມັງກອນ, ການເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ຈັດຂຶ້ນຢູ່ Abu Dhabi, ສະຫະລັດອາຣັບ ເອມມີເລດ (UAE) ໄດ້ຮັບການຕີລາຄາວ່າ “ມີລັກສະນະສ້າງສັນ ແລະ ຕັ້ງໜ້າ”, ພ້ອມທັງຮັບຮູ້ມີຄວາມຄືບໜ້າຈຳນວນໜຶ່ງໃນການປຶກສາຫາລືກ່ຽວກັບບັນດາມາດຕະການສ້າງຄວາມເຊື່ອໝັ້ນ ແລະ ກົນໄກຄວາມໝັ້ນຄົງຊົ່ວຄາວ.
ໃນນັ້ນ, ຫຼາຍແຫຼ່ງຂ່າວກໍໄດ້ຄັດສະເໜີຖະແຫຼງການຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖືວ່າ ບັນດາການປຶກສາຫາລື 3 ຝ່າຍຢູ່ Abu Dhabi ໃນ 2 ວັນຜ່ານມາແມ່ນສ້າງສັນ, ສຸມໃສ່ບັນດາມາດຕະການມຸ່ງໄປເຖິງການຢຸດຕິການປະທະກັນ. ພ້ອມດຽວກັນນັ້ນ, ທ່ານ Volodymyr Zelensky ໃຫ້ຮູ້ວ່າ ບັນດາຝ່າຍເຫັນດີເປັນເອກະພາບຈະດຳເນີນບັນດາການເຈລະຈາຮອບຕໍ່ໄປໃນໄລຍະຈະມາເຖິງ, ໄວສຸດແມ່ນໃນຕົ້ນອາທິດໜ້າ, ຢູ່ Abu Dhabi.
ການເຈລະຈາ 3 ຝ່າຍຢູ່ Abu Dhabi ແມ່ນຄັ້ງທຳອິດທີ່ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ນັ່ງປຶກສາຫາລືນຳກັນ ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນເດືອນ ກຸມພາ 2022.
Tag:VOV / VOVworld / ຄວາມຫວັງໃໝ່ໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ / ການເຈລະຈາ 3 ຝ່າຍ