ຂ່າວເດັ່ນ

ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ: ອິດສະຣາແອັນ ເປີດກວ້າງບັ້ນຮົບຢູ່ເຂດຝລັ່ງຕາເວັນຕົກແມ່ນ້ຳ ຈໍແດນ

ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ: ອິດສະຣາແອັນ ເປີດກວ້າງບັ້ນຮົບຢູ່ເຂດຝລັ່ງຕາເວັນຕົກແມ່ນ້ຳ ຈໍແດນ

(VOVWORLD) - ລັດຖະບານປະເທດນີ້ໄດ້ອອກຄຳສັ່ງໃຫ້ແກ່ກອງທັບກະກຽມການ “ຕັ້ງທັບ ຍາວນານ” ຢູ່ເຂດຈຳນວນໜຶ່ງທີ່ຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ.

(ພາບປະກອບ: THX/TTXVN)

        ວັນທີ 23 ກຸມພາ, ກອງທັບ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ເປີດກວ້າງບັ້ນການທະຫານຢູ່ເຂດຕາເວັນຕົກແມ່ນ້ຳ ຈໍແດນ ຖືກຢຶດຄອງ, ລວມມີການຜັນຂະຫຍາຍກອງພົນລົດຖັງໄປຍັງນະຄອນ Jenin. ນີ້ແມ່ນຄັ້ງທຳອິດທີ່ລົດຖັງເຄື່ອນໄຫວຢູ່ເຂດດິນແດນ ປາແລັດສະຕິນ ໃນຮອບເວລາເກືອບ 20 ປີຜ່ານມາ.

        ຕາມແຈ້ງການທາງທະຫານ, ກຳລັງປ້ອງກັນ ອິດສະຣາແອັນ (IDF), ອົງການຄວາມໝັ້ນຄົງພາຍໃນ ອິດສະຣາແອັນ (Shin Bet) ແລະ ຕຳຫຼວດຊາຍແດນພວມຍູ້ແຮງບັ້ນການທະຫານຢູ່ທາງທິດເໜືອ Samaria (ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ) ແລະ ເປີດກວ້າງບັນດາການເຄື່ອນໄຫວບຸກໂຈມຕີໃນພາກພື້ນ. ໂດຍແຈ້ງການໃຫ້ຮູ້ວ່າ, ມີກອງພົນລົດຖັງຈະເຄື່ອນໄຫວຢູ່ Jenin ຄືດັ່ງສ່ວນໜຶ່ງຂອງບັ້ນບຸກໂຈມຕີ. ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອິດສະຣາແອັນ Israel Katz, ໃຫ້ຮູ້ວ່າ ລັດຖະບານປະເທດນີ້ໄດ້ອອກຄຳສັ່ງໃຫ້ແກ່ກອງທັບກະກຽມການ “ຕັ້ງທັບ ຍາວນານ” ຢູ່ເຂດຈຳນວນໜຶ່ງທີ່ຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.