ຂ່າວເດັ່ນ

ກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ຢາ​ບິ່ງ ອັດ​ສະ​ລິ​ຍາ, ທັນ​ສະ​ໄໝ

ກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ຢາ​ບິ່ງ ອັດ​ສະ​ລິ​ຍາ, ທັນ​ສະ​ໄໝ

(VOVWORLD) - ເລື່ອງລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ ແລະ ລະບົບນິເວດຈະສ້າງພື້ນທີ່ພັດທະນາໃໝ່ໃຫ້ແກ່ ບັກນິງ, ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ ຫາຍຟ່ອງ, ກວາງນິງ; ເຊື່ອມຕໍ່ຄົມມະນາຄົມທີ່ທັນສະໄໝໃນເຂດທົ່ງພຽງແມ່ນ້ຳແດງກັບບັນດາແຂວງທາງທິດຕາເວັນຕົກພາກໃຕ້ ຈີນ ແລະ ເຊື່ອມຕໍ່ສາກົນຜ່ານທາງທະເລ.

ບັນຍາກາດການເຮັດວຽກ

ຕອນເຊົ້າວັນທີ 07 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບການຜັນຂະຫຍາຍ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຊຸກຍູ້ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ, ແຂວງ ບັກນິງ ແລະ ບັນດາໂຄງການທີ່ກ່ຽວຂ້ອງ; ກໍຄືເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ຢາບິ່ງ ກັບ ນະຄອນຫຼວງ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການເຮັດວຽກ 

        ພາຍຫຼັງກວດກາ, ຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງທີ່ພວມກໍ່ສ້າງໃນກິດຈະກຳຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍ, ພິເສດແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເພື່ອຊຸກຍູ້ຜັນຂະຫຍາຍບັນດາໂຄງການ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເລື່ອງລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ ແລະ ລະບົບນິເວດຈະສ້າງພື້ນທີ່ພັດທະນາໃໝ່ໃຫ້ແກ່ ບັກນິງ, ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ ຫາຍຟ່ອງ, ກວາງນິງ; ເຊື່ອມຕໍ່ຄົມມະນາຄົມທີ່ທັນສະໄໝໃນເຂດທົ່ງພຽງແມ່ນ້ຳແດງກັບບັນດາແຂວງທາງທິດຕາເວັນຕົກພາກໃຕ້ ຈີນ ແລະ ເຊື່ອມຕໍ່ສາກົນຜ່ານທາງທະເລ.

         

This site is protected by reCAPTCHA and the Google Privacy Policy and Terms of Service apply.