ຂ່າວເດັ່ນ

ກອງ​ປ​ະ​ຊຸມ​ໂອ້​ລົມ​ສົ​ນ​ທະ​ນາ​ລະ​ຫວ່າງ​ການ​ນຳ​ກັບ​ວິ​ສາ​ຫະ​ກິດ

ກອງ​ປ​ະ​ຊຸມ​ໂອ້​ລົມ​ສົ​ນ​ທະ​ນາ​ລະ​ຫວ່າງ​ການ​ນຳ​ກັບ​ວິ​ສາ​ຫະ​ກິດ

(VOVWORLD) - ການພັດທະນາໄວຕ້ອງຕິດພັນກັບຄວາມຍືນຍົງ, ພິເສດຕ້ອງມີວິທີການສຳຜັດທີ່ມີຄວາມສະເໝີພາບຂອງປະຊາຊົນໝົດທຸກຄົນສຳລັບການແພດ, ການສຶກສາ, ສ້າງວຽກເຮັດງານທຳ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ (ພາບ: VOV)

“ການຮ່ວມມືພາກລັດ - ເອກະຊົນແມ່ນຂໍ້ກຸນແຈ ເພື່ອປະຕິບັດການຫັນເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມໂອ້ລົມສົນທະນາລະຫວ່າງການນຳກັບວິສາຫະກິດ ໃນຂອບເຂດກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍພັດທະນາທົ່ວໂລກ 2030 ຄັ້ງທີ 4 (P4G) ທີ່ໄດ້ຈັດຂຶ້ນໃນວັນທີ 17 ເມສາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການພັດທະນາໄວຕ້ອງຕິດພັນກັບຄວາມຍືນຍົງ, ພິເສດຕ້ອງມີວິທີການສຳຜັດທີ່ມີຄວາມສະເໝີພາບຂອງປະຊາຊົນໝົດທຸກຄົນສຳລັບການແພດ, ການສຶກສາ, ສ້າງວຽກເຮັດງານທຳ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ບັນດານັກລົງທຶນຮ່ວມແຮງຮ່ວມໃຈ ສຸມໃສ່ພັດທະນາສີຂຽວ, ປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ, ສະພາບແວດລ້ອມ, ໜູນຊ່ວຍລະບົບນິເວດ, ນະວັດຕະກຳສີຂຽວຢູ່ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.