ຂ່າວເດັ່ນ

ກອງ​ປະ​ຊຸ​ມ​ໃຫ່​ຍ​ແຂ່ງ​ຂັ​ນ​ຮັກ​ຊາດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

ກອງ​ປະ​ຊຸ​ມ​ໃຫ່​ຍ​ແຂ່ງ​ຂັ​ນ​ຮັກ​ຊາດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມໃຫ່ຍແຂ່ງຂັນຮັກຊາດວິທະຍຸກະຈາຍສຽງ ຫວຽດນາມ ຄັ້ງທີ 6 (2025-2030).

ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດວິທະຍຸກະຈາຍສຽງ ຫວຽດນາມ ຄັ້ງທີ 6 (ພາບ: VOV5)

    ໃນ 5 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນພົ້ນເດັ່ນໃນຂະບວນການແຂ່ງຂັນຮັກຊາດ. ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ກ່ວາ 550 ລາງວັນສື່ມວນຊົນພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ 60 ລາງວັນ A ແລະ ລາງວັນດີເດັ່ນ.

   ທີ່ກອງປະຊຸມໃຫ່ຍ, ທ່ານ ໂດ້ຕຽນຊີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດ ວິທະຍຸກະຈາຍສຽງ ຫວຽດນາມ ໄລຍະ 2025-2030.

     ກອງປະຊຸມໃຫ່ຍ ໄດ້ຮັບຮອງເອົາບັນຊີລາຍຊື່ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 11. ໃນໂອກາດນີ້, ມີສ່ວນບຸຄົນ 2 ຄົນເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ແລະ 3 ຄົນໄດ້ຮັບຫຼຽນໄຊແຮງງານຊັ້ນ 3; 1 ໝູ່ຄະນະ ແລະ 2 ສ່ວນບຸກຄົນໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ; 3 ສ່ວນບຸກຄົນໄດ້ຮັບນາມມະຍົດນັກຮົບແຂ່ງຂັນທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.