ຂ່າວເດັ່ນ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ຕັ້ງ​ຄວາມຫວັງ​ຕໍ່ບັນ​ດາ​ບາດ​ກ້າວ​ບຸກທະ​ລຸ​ກ່ຽວ​ກັບ​ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເສີມ​ຂະ​ຍາຍ​ບົດ​ບາດ​ຂອງ​ໄວ​ໜຸ່ມ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ຕັ້ງ​ຄວາມຫວັງ​ຕໍ່ບັນ​ດາ​ບາດ​ກ້າວ​ບຸກທະ​ລຸ​ກ່ຽວ​ກັບ​ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເສີມ​ຂະ​ຍາຍ​ບົດ​ບາດ​ຂອງ​ໄວ​ໜຸ່ມ

(VOVWORLD) - ໃນບັນຍາກາດຟົດຟື້ນມ່ວນຊືນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ມີຜູ້ແທນຫຼາຍທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະແດງຄວາມເປັນກຽດ, ເອກອ້າງທະນົງໃຈ ແລະ ມີສະຕິຄວາມຮັບຜິດຊອບຢ່າງເລິກເຊິ່ງຕໍ່ພັກ, ຕໍ່ປະຊາຊົນ.

ທ່ານ ເຈິ່ນຫ໋າຍຝຸ,ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດແຂວງ ໄຕນິງ (ພາບ: TTXVN)

ດ້ວຍຄວາມມຸ່ງຫວັງກອງປະຊຸມໃຫຍ່ຈະຍົກອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງກຳລັງໜູນພັດທະນາປະເທດຊາດໃນໄລຍະຈະມາເຖິງ, ບັນດາຜູ້ແທນມີຄວາມສົນໃຈເປັນພິເສດເຖິງບັນດາແຜນນະໂຍບາຍບຸກທະລຸກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຫັນເປັນດີຈີຕອນ, ການດຶງດູດ ແລະ ເສີມຂະຫຍາຍບົດບາດຂອງໄວໜຸ່ມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ເຈິ່ນຫ໋າຍຝຸ,ສະມາຊິກສະພາແຫ່ງຊາດ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດແຂວງ ໄຕນິງ ໃຫ້ຮູ້ວ່າ:

ຢູ່ກອງປະຊຸມໃຫຍ່ຄັ້ງນີ້, ຂ້າພະເຈົ້າຫວັງວ່າບັນດາຜູ້ແທນຈະລົງມະຕິຮັບຮອງເອົາບັນດານະໂຍບາຍ, ພິເສດແມ່ນວຽກງານຫັນເປັນດີຈີຕອນ ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າມີຄວາມສົນໃຈຕໍ່ວຽກງານດຶງດູດຜູ້ມີຄວາມເກັ່ງກ້າສາມາດ,ພິເສດແມ່ນພະນັກງານໜຸ່ມເພື່ອຊ່ວຍໃຫ້ພະນັກງານມີຄວາມກ້າຫານສະແດງຕົນເອງ, ຊ່ວຍເຫຼືອບ້ານເກີດເມືອງນອນປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.