ຂ່າວເດັ່ນ

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​ດີ​ຈີ​ຕອນ ອາ​ຊຽນ ຄັ້ງ​ທີ 6 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​ດີ​ຈີ​ຕອນ ອາ​ຊຽນ ຄັ້ງ​ທີ 6 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) - ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດີຈີຕອນ ອາຊຽນ, ບັນດາຫົວໜ້າຄະນະໄດ້ແລກປ່ຽນ ແລະ ອັບເດດຄວາມຄືບໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືບຸລິມະສິດ, ສຸມໃສ່ເຂົ້າການເພີ່ມທະວີການປະສານງານ

ກອງປະຊຸມເຈົ້າໜາທີ່ອາວຸໂສດີຈີຕອນ ອາຊຽນ ຄັ້ງທີ 6 (ພາບ: VOV)

ກອງປະຊຸມເຈົ້າໜາທີ່ອາວຸໂສດີຈີຕອນ ອາຊຽນ ຄັ້ງທີ 6 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດລົງໃນວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ພາຍຫຼັງ 3 ວັນເຮັດວຽກ, ດ້ວຍການເຂົ້າຮ່ວມຂອງຫົວໜ້າຄະນະ ແລະ ຜູ້ແທນບັນດາອົງການຮັບຜິດຊອບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ຂອງ 11 ປະເທດສະມາຊິກ ອາຊຽນ, ຄະນະເລຂາອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ. ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດີຈີຕອນ ອາຊຽນ, ບັນດາຫົວໜ້າຄະນະໄດ້ແລກປ່ຽນ ແລະ ອັບເດດຄວາມຄືບໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືບຸລິມະສິດ, ສຸມໃສ່ເຂົ້າການເພີ່ມທະວີການປະສານງານ ແລະ ກົມກຽວນະໂຍບາຍດີຈີຕອນລະຫວ່າງບັນດາປະເທດສະມາຊິກ ອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.