ຂ່າວເດັ່ນ

ກອງ​ປະ​ຊຸມ​ແມ່​ຍິງ G20 ໄຂ​ຂຶ້ນ​ຢູ່ ອາ​ຟະ​ລິ​ກາ​ໃຕ້ ດ້ວຍ​ຄຳ​ຮຽກ​ຮ້ອງຄວ​າມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ

ກອງ​ປະ​ຊຸມ​ແມ່​ຍິງ G20 ໄຂ​ຂຶ້ນ​ຢູ່ ອາ​ຟະ​ລິ​ກາ​ໃຕ້ ດ້ວຍ​ຄຳ​ຮຽກ​ຮ້ອງຄວ​າມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ

(VOVWORLD) - W20 ແມ່ນໜຶ່ງໃນບັນດາກຸ່ມເຂົ້າຮ່ວມເອກະລາດຢ່າງເປັນທາງການຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໂດຍສຸມໃສ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດເສດຖະກິດໃຫ້ແກ່ແມ່ຍິງ.

   ວັນທີ 21 ພຶດສະພາ, ກອງປະຊຸມແມ່ຍິງ ອາຟະລິກາ  Women 20 (W20) ໄຂຂຶ້ນຢູ່ Cape Town, ນະຄອນຫຼວງສ້າງງກົດໝາຍຂອງ ອາຟະລິກາໃຕ້, ດ້ວຍຄຳຮຽກຮ້ອງບັນດາການນຳ ແລະ ວົງການວາງແຜນກຳນົດນະໂຍບາຍທົ່ວໂລກ ຫັນການປຶກສາຫາລືທີ່ສຸມໃສ່ທາງເພດ ມາເປັນກອງປະຊຸມປຶກສາຫາລືກ່ຽວກັບການປ່ຽນແປງນະໂຍບາຍທີ່ເປັນຮູບປະທຳ.

        W20 ແມ່ນໜຶ່ງໃນບັນດາກຸ່ມເຂົ້າຮ່ວມເອກະລາດຢ່າງເປັນທາງການຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໂດຍສຸມໃສ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດເສດຖະກິດໃຫ້ແກ່ແມ່ຍິງ. ກອງປະຊຸມໄດ້ດຳເນີນໃນ 2 ວັນ ດ້ວຍຫົວຂໍ້ “ແມ່ຍິງສາມັກຄີ” ອັນໄດ້ສ້າງຂີດໝາຍຄົບຮອບ 10 ປີ ຂອງ W20 ແລະ ເຕົ້າໂຮມບັນດາຜູ້ແທນທົ່ວໂລກ ຕາງໜ້າໃຫ້ແກ່ລັດຖະບານ, ວິສາຫະກິດ, ສະຖາບັນ ແລະ ສັງຄົມພົນລະເຮືອນ.

        ປັດຈຸບັນ, ອາຟະລິກາ ພວມດຳລົງຕຳແໜ່ງປະທານຂອງ G20. ອາຟະລິກາ ໄດ້ວາງອອກບັນດາບຸລິມະສິດຕົ້ນຕໍໃຫ້ແກ່ໂຄງການດຳເນີນງານຂອງແມ່ຍິງ, ລວມມີ ການລົງທຶນເຂົ້າພື້ນຖານເສດຖະກິດເບິ່ງແຍງດູແລ, ການເຊື່ອມຕໍ່ດ້ານການເງິນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງກັບແມ່ຍິງ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.