ຂ່າວເດັ່ນ

ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2025: ຢູ​ແກຼນ ຮຽກ​ຮ້ອງ​ ເອີ​ຣົບ ມີ​ການ​ກະ​ທຳ

ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2025: ຢູ​ແກຼນ ຮຽກ​ຮ້ອງ​ ເອີ​ຣົບ ມີ​ການ​ກະ​ທຳ

(VOVWORLD) - ບໍ່ສາມາດມີຂໍ້ຕົກລົງໃດກ່ຽວກັບ ຢູແກຼນ ຫາກບໍ່ມີການເຂົ້າຮ່ວມ ແລະ ບໍ່ສາມາດມີຂໍ້ຕົກລົງໃດກ່ຽວກັບ ເອີຣົບ ທີ່ບໍ່ມີການເຂົ້າຮ່ວມຂອງ ເອີຣົບ, ເອີຣົບ ຕ້ອງມີບ່ອນນັ່ງໃນໂຕະເຈລະຈາ.

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: TTXVN)

ບໍ່ວ່າການຕັດສິນໃດກ່ຽວກັບການຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຕ້ອງມີການເຂົ້າຮ່ວມຂອງ ຢູແກຼນ ແລະ ເອີຣົບ. ບໍ່ສາມາດມີຂໍ້ຕົກລົງໃດກ່ຽວກັບ ຢູແກຼນ ຫາກບໍ່ມີການເຂົ້າຮ່ວມ ແລະ ບໍ່ສາມາດມີຂໍ້ຕົກລົງໃດກ່ຽວກັບ ເອີຣົບ ທີ່ບໍ່ມີການເຂົ້າຮ່ວມຂອງ ເອີຣົບ, ເອີຣົບ ຕ້ອງມີບ່ອນນັ່ງໃນໂຕະເຈລະຈາ. ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ປະກາດຄືແນວນັ້ນ ໃນບົດກ່າວປາໄສໃນວັນທີ 15 ກຸມພາ ຢູ່ກອງປະຊຸມຄວາມໝັ້ນຄົງ Munich, ເຊິ່ງໄດ້ດຳເນີນແຕ່ວັນທີ 14 – 16 ກຸມພາ ຢູ່ນະຄອນ Munich, ລັດ Bavaria ພາກໃຕ້ປະເທດ ເຢຍລະມັນ.

ອາທິດຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ, Donald Trump ໄດ້ສ້າງຄວາມແປກປະຫຼາດໃຈໃຫ້ແກ່ ຢູແກຼນ ແລະ ບັນດາສຳພັນທະມິດ ເອີຣົບ ເມື່ອເຫັນດີພົບປະກັບຄູ່ຕຳແໜ່ງ ລັດເຊຍ, ທ່ານ Vladimir Putin ເພື່ອເລີ່ມຕົ້ນການເຈລະຈາກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ. ການກະທຳດັ່ງກ່າວ ເຮັດໃຫ້ ຢູແກຼນ ແລະ ເອີຣົບ ມີຄວາມວິຕົກກັງວົນອາດຈະບໍ່ໄດ້ເຂົ້າຮ່ວມການເຈລະຈາລະຫວ່າງ ອາເມລິກາ - ລັດເຊຍ ກ່ຽວກັບອະນາຄົດ ຢູແກຼນ ແລະ ໂຄງປະກອບຄວາມໝັ້ນຄົງເອີຣົບ. ດັ່ງນັ້ນ, ທ່ານ Zelensky ຮຽກຮ້ອງໃຫ້ທະວີບນີ້ ຕ້ອງມີການກະທຳເພື່ອຜົນປະໂຫຍດຂອງຕົນເອງ ແລະ ສ້າງຕັ້ງກອງທັບສະເພາະຂອງເອີຣົບໂດບໄວ, ເມື່ອການຮັບປະກັນຄວາມໝັ້ນຄົງຈາກ ຝ່າຍ ອາເມລິກາ ບໍ່ມີຫຍັງແນ່ນອນອີກແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.