ຂ່າວເດັ່ນ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ

(VOVWORLD) - ວາລະກະກຽມ ແລະ ທາງການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄດ້ຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ.

ການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

 ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທີ່ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເລກວາງແມ້ງ, ຮອງປະທານຄະນະປະຈຳ ຫ້ອງວ່າການສະພາແຫ່ງຊາດ.

        ທ່ານ ເລກວາງແມ້ງ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຄວາມໝາຍສຳຄັນ. ສະພາແຫ່ງຊາດຫາກໍດຳເນີນບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນ; ພ້ອມທັງ, ປະຕິບັດວຽກງານສະຫຼຸບອາຍຸການຊຸດທີ XV. ນີ້ແມ່ນກອງປະຊຸມທີ່ມີຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ 66 ເນື້ອໃນ, ກຸ່ມເນື້ອໃນ, ລວມມີ: ຮ່າງກົດໝາຍ 49 ສະບັບ, ມະຕິ 4 ສະບັບ ນອນໃນວຽກງານນິຕິບັນຍັດ; 13 ເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.

This site is protected by reCAPTCHA and the Google Privacy Policy and Terms of Service apply.