ຂ່າວເດັ່ນ

ກອງ​ປະ​ຊຸມ​ສາ​ກົນ​ຂອງ ສ​ປ​ຊ ອອກ​ຖະ​ແຫຼງ​ການ​ຮ່ວມ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ປ​ະ​ທະ​ກັນ​ຢູ່​ເຂດ ກາ​ຊາ

ກອງ​ປະ​ຊຸມ​ສາ​ກົນ​ຂອງ ສ​ປ​ຊ ອອກ​ຖະ​ແຫຼງ​ການ​ຮ່ວມ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ປ​ະ​ທະ​ກັນ​ຢູ່​ເຂດ ກາ​ຊາ

(VOVWORLD) - ກອງປະຊຸມສາກົນຂອງ ສປຊ ກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ໂດຍ ຝລັ່ງ ແລະ ອາຣັບບີ ຊະອຸດິ ເປັນປະທານຮ່ວມ ຈັດຂຶ້ນຢູ່ ນິວຢອກ ໃນວັນທີ 29 ກໍລະກົດ ໄດ້ອອກຖະແຫຼງການຮ່ວມ, ຮຽກຮ້ອງຢຸດຕິການປະທະກັນຢູ່ເຂດ ກາຊາ ໃນທັນທີ ແລະ ສະເໜີບັນດາຂັ້ນຕອນສາກົນລະອຽດ ເພື່ອປະຕິບັດມາດຕະການສອງລັດ.

ຊາວ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອຢູ່ເຂດ ກາຊາ ໃນວັນທີ 27/7/2025 (ພາບ:THX/TTXVN)

ຖະແຫຼງການ ນິວຢອກ ກ່ຽວກັບການແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິຖີ ໄດ້ປະກາດໃນພິທີປິດກອງປະຊຸມ ພາຍຫຼັງ 2 ວັນໂຮມປະຊຸມ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງກວ່າ 100 ປະເທດ ເພື່ອຊຸກຍູ້ການປຶກສາຫາລືກ່ຽວກັບມາດຕະການສອງລັດ ໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ.

        ຖະແຫຼງການຮຽກຮ້ອງຕ້ອງປະຕິບັດບັນດາຂໍ້ຕົກລົງຢຸດຍິງຢ່າງທັນການຕາມແຕ່ລະໄລຍະ, ໂດຍ ອີຢິບ, ກາຕາ ແລະ ອາເມລິກາ ເປັນກາງໄກ່ເກ່ຍ, ເພື່ອແນໃສ່ຢຸດຕິການປະທະກັນ, ຮັບປະກັນແລກປ່ຽນຕົວປະກັນ ກໍຄືຮັບປະກັນການຖອນກອງທັບ ອິດສະຣາແອັນ ອອກຈາກເຂດ ກາຊາ; ສ້າງຄວາມເປັນເອກະພາບຢູ່ເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຄືນໃໝ່ ພາຍໃຕ້ການຄວບຄຸມຂອງອຳນາດການປົກຄອງ ປາແລັດສະຕິນ, ຮຽກຮ້ອງ ຮາມາດສ ຕ້ອງປະລະສິດອຳນາດຢູ່ເຂດ ກາຊາ ແລະ ສົ່ງມອບອາວຸດ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.