ຂ່າວເດັ່ນ

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ

(VOVWORLD) - ກອງປະຊຸມປຶກສາຫາລືລວມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດຕີລາຄາ ແລະ ພິຈາລະນາບັນດາວຽກງານກໍ່ສ້າງປະຊາຄົມ ໃນທັງ 3 ເສົາຄ້ຳ, ກໍຄືກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະດຳເນີນໃນເດືອນພະຈິກ ຈະມາເຖິງ.

“ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຈະຈັດຂຶ້ນຜ່ານທາງອອນລາຍໃນເດືອນພະຈິກ ຈະມາເຖິງ”. ນີ້ແມ່ນເນື້ອໃນທາງການ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ - ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ຍົກອອກມາໃນກອງປະຊຸມປຶກສາຫາລືລວມ (JCM) ກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 8 ຕຸລາ.

 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ - ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: TTXVN)

ກອງປະຊຸມປຶກສາຫາລືລວມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດຕີລາຄາ ແລະ ພິຈາລະນາບັນດາວຽກງານກໍ່ສ້າງປະຊາຄົມ ໃນທັງ 3 ເສົາຄ້ຳ, ກໍຄືກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະດຳເນີນໃນເດືອນພະຈິກ ຈະມາເຖິງ. ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 37, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ໃຫ້ຮູ້ວ່າ, ໃນຖານະເປັນປະທານ ອາຊຽນ, ຫວຽດນາມ ປາດຖະໜາຢາກດຳເນີນກອງປະຊຸມໂດຍກົງ ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືທັງໝົດ ເພື່ອແນໃສ່ສະແດງຄວາມເປັນເອກະພາບ, ສາມັກຄີ ກໍຄືຄວາມເຊື່ອໝັ້ນໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງຮັກສາທ່າຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ.

        ກ່ຽວກັບເນື້ອໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຄາດວ່າຈະໄດ້ນຳມາປຶກສາຫາລື ລວມມີ ວິວັດທະນາການສ້າງປະຊາຄົມ, ການພົວພັນກັບບັນດາຄູ່ຮ່ວມມືຂອງ ອາຊຽນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ໃນໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ນອກນັ້ນ ຈະມີເອກະສານຫຼາຍສະບັບຈະໄດ້ພິຈາລະນະ, ຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນໄລຍະຈະມາເຖິງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.