ຂ່າວເດັ່ນ

ກອງ​ປະ​ຊຸມ​ສຸດຍອດ EU ມຸ່ງ​ໄປ​ເຖິງ​ ເອີ​ລົບ​ທີ່​ແກ້ງ​ແຍ້ງ, ປອດ​ໄພ ແລະ ເປັນ​ເຈົ້າ​ການ​ກ່​ວາ

ກອງ​ປະ​ຊຸມ​ສຸດຍອດ EU ມຸ່ງ​ໄປ​ເຖິງ​ ເອີ​ລົບ​ທີ່​ແກ້ງ​ແຍ້ງ, ປອດ​ໄພ ແລະ ເປັນ​ເຈົ້າ​ການ​ກ່​ວາ

(VOVWORLD) - ໃນລະຫວ່າງສອງວັນຄືແຕ່ວັນທີ 26 – 27 ມິຖຸນາ, ກອງປະຊຸມສຸດຍອດບັນດາການນຳສະຫະພາບ ເອີລົບ (EU) ໄດ້ດຳເນີນຢູ່ບຣູກແຊນ (ແບນຊິກ).

ພາບປະກອບ: REUTERS/Yves Herman

ກ່ອນດຳເນີນກອງປະຊຸມ, ທ່ານປະທານສະພາເອີລົບ António Costa ຊີ້ແຈ້ງວ່າກອງປະຊຸມຄັ້ງນີ້ແມ່ນຂີດໝາຍສຳຄັນ, ສຸມໃສ່ແກ້ໄຂບັນດາບັນຫາຫຼັກແຫຼ່ງຄືຍົກສູງຄວາມສາມາດໃນການແກ້ງແຍ້ງ, ຮັບປະກັນຄວາມໝັ້ນຄົງ ແລະ ເພີ່ມທະວີຄວາມສາມາດໃນການເປັນເຈົ້າຍຸດທະສາດ. ໜຶ່ງໃນບັນດາເນື້ອໃນຈຸດສຸມຢູ່ກອງປະຊຸມແມ່ນຍົກສູງກຳລັງແຮງເສດຖະກິດພາຍໃນກຸ່ມ. ບັນດາການນຳ EU ຈະປຶກສາຫາລືກ່ຽວກັບການປັບປຸງຕະຫຼາດລວມ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພິເສດ, ກອງປະຊຸມຈະພິຈາລະນາບັນດາມາດຕະການເພື່ອແນໃສ່ເພີ່ມທະວີບົດບາດທົ່ວໂລກຂອງ ສະກູນເງິນ euro, ຊ່ວຍພື້ນຖານເສດຖະກິດ EU ໃຫ້ມີຄວາມໝັ້ນແກ່ນຕໍ່ໜ້າບັນດາການຜັນແປທີ່ສັບສົນກ່ຽວກັບພິມີສາດເສດຖະກິດຈາກພາຍນອກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ກອງປະຊຸມຄາດວ່າຈະຮັບຮອງເອົາຂໍ້ຕົກລົງວ່າດ້ວຍການອະນຸຍາດ ບູນກາຣີ ເຂົ້າຮ່ວມເຂດນຳໃຊ້ສະກຸນເງິນລວມ ເອີລົບ(Eurozone) ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2026, ກາຍເປັນປະເທດທີ 21ທີ່ ນຳໃຊ້ສະກຸນເງິນ Euro.

This site is protected by reCAPTCHA and the Google Privacy Policy and Terms of Service apply.