ຂ່າວເດັ່ນ

ກອງ​ປະ​ຊຸມ​ສຸດຍອດ EU ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ແກ້ງ​ແຍ້ງ, ການ​ປ້ອງ​ກັນ​ຊາດ ແລະ ອະ​ນາ​ຄົດ​ດ້ານ​ການ​ເງິນ

ກອງ​ປະ​ຊຸມ​ສຸດຍອດ EU ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ແກ້ງ​ແຍ້ງ, ການ​ປ້ອງ​ກັນ​ຊາດ ແລະ ອະ​ນາ​ຄົດ​ດ້ານ​ການ​ເງິນ

(VOVWORLD) - ໃນສະພາບການພື້ນຖານເສດຖະກິດທົ່ວໂລກເຕັມໄປດ້ວຍການຜັນແປ, ບັນດາການນຳ EU ຈະຊອກຫາວິທີການເພີ່ມທະວີຖານະຕຳແໜ່ງຂອງສະຫະພາບບົນເວທີສາກົນ.

ພາບປະກອບ:  IRNA/TTXVN

ກອງປະຊຸມສຸດຍອດ ສະຫະພາບ ເອີລົບ (EU) ໄດ້ດຳເນີນແຕ່ວັນທີ 20 – 21 ມີນາຢູ່ນະຄອນ Brussels ປະເທດແບນຊິກ, ດ້ວຍໂຄງການດຳເນີນງານທີ່ສຸມໃສ່ການປັບປຸງຄວາມສາມາດດ້ານແກ້ງແຍ້ງຂອງ EU, ເພີ່ມທະວີການປ້ອງກັນຊາດ ແລະ ປຶກສາຫາລືກ່ຽວກັບອະນາຄົດດ້ານການເງິນຂອງກຸ່ມ. ຄວາມສາມາດໃນການແກ້ງແຍ້ງຂອງ EU ຈະແມ່ນຫົວຂໍ້ຈຸດສຸມຂອງກອງປະຊຸມສຸດຍອດ. ໃນສະພາບການພື້ນຖານເສດຖະກິດທົ່ວໂລກເຕັມໄປດ້ວຍການຜັນແປ, ບັນດາການນຳ EU ຈະຊອກຫາວິທີການເພີ່ມທະວີຖານະຕຳແໜ່ງຂອງສະຫະພາບບົນເວທີສາກົນ. ສາມຂົງເຂດບຸລິມະສິດຫຼັກແມ່ນ: ຫັນບັນດາລະບຽບການເປັນງ່າຍດາຍ, ຮັບປະກັນແຫຼ່ງສະໜອງພະລັງງານເປັນປົກກະຕິ ແລະ ພັດທະນາສະຫະພາບປະຢັດ ແລະ ການລົງທຶນ. ກອງປະຊຸມກໍ່ຈະສຸມໃສ່ສະພາບການຢູແກຼນແລະ ບາດກ້າວຕໍ່ໄປຂອງການປ້ອງກັນຊາດ. ບັນດາການນຳ EU ຈະພິຈາລະນາປຶ້ມປົກຂາວກ່ຽວກັບອະນາຄົດຂອງການປ້ອງກັນຊາດເອີລົບເພື່ອແນໃສ່ກຳນົດບັນດານະໂຍບາຍປ້ອງກັນຊາດທີ່ຍາວນານຂອງສະຫະພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.