ຂ່າວເດັ່ນ

ກອງ​ປະ​ຊຸມ​ສຸດຍອດ G7 ບໍ່​ບັນ​ລຸ​ໄດ້​ຖະ​ແຫຼງ​ການ​ຮ່ວມ

ກອງ​ປະ​ຊຸມ​ສຸດຍອດ G7 ບໍ່​ບັນ​ລຸ​ໄດ້​ຖະ​ແຫຼງ​ການ​ຮ່ວມ

(VOVWORLD) - ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ Alberta (ການາດາ) ໄດ້ອັດລົງ ແຕ່ບໍ່ບັນລຸໄດ້ຖະແຫຼງເອກະພາບກ່ຽວກັບບັນດາທັດສະນະລວມ.

ຕອນຄ່ຳວັນທີ 17 ມິຖຸນາ (ຕາມເວລາທ້ອງຖິ່ນ), ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ Alberta (ການາດາ) ໄດ້ອັດລົງ ແຕ່ບໍ່ບັນລຸໄດ້ຖະແຫຼງເອກະພາບກ່ຽວກັບບັນດາທັດສະນະລວມ. ແທນທີ່ນັ້ນ, ກອງປະຊຸມໄດ້ຍົກອອກຫຼາຍແຈ້ງການຮ່ວມກ່ຽວກັບຫຼາຍບັນຫາ, ນັບແຕ່ປັນຍາປະດິດ (AI) ແລະ ຄວານຕຳຄອມພິວເຕີ ຕະຫຼອດຮອດການຄ້າມະນຸດຂ້າມຊາຍແດນ.

        ແຈ້ງການກ່ຽວກັບ AI ແມ່ນຖະແຫຼງການລະອຽດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງບັນດາການນຳ G7; ບັນດາປະເທດໃນກຸ່ມ G7 ກໍໄດ້ຕົກລົງເຫັນດີ “ວິໄສທັດລວມ” ໃຫ້ແກ່ບັນດາຄວານຕຳເຕັກໂນໂລຢີຫາກໍ່ພົ້ນເດັ່ນ, ຄຳໝັ້ນສັນຍາຊຸກຍູ້ການລົງທຶນພາກລັດ ແລະ ເອກະຊົນເຂົ້າໃນຂົງເຂດວິທະຍາສາດ ແລະ ກວນເຕີມເຕັກໂນໂລຢີ.

        ໄປຄຽງຄູ່ກັນນັ້ນ, ຂໍ້ຕົກລົງທີ່ມີຊື່ວ່າ “ກົດບັດໄຟໄໝ້ປ່າ Kananaskis” ໄດ້ຊີ້ແຈ້ງວ່າ ບັນດາປະເທດ G7 ແລະ 5 ປະເທດເປັນແຂກຖືກເຊີນ ລວມມີ: ອົດສະຕາລີ, ອິນເດຍ, ເມັກຊີໂກ, ສ.ເກົາຫຼີ ແລະ ອາຟະລິກາໃຕ້ ຄາດວ່າຈະປະຕິບັດການປ້ອງກັນ, ຕ້ານໄຟໄໝ້ປ່າ, ຮ່ວມມືກັນຄົ້ນຄວ້າ ແລະ ມານະພະຍາຍາມສ້າງວົງຄະນະຍາດຄືນໃໝ່.

        ໂດຍບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດກ່ຽວກັບການປະທະກັນຢູ່ ຢູແກຼນ ຫຼື ຄວາມມານະພະຍາຍາມລວມເພື່ອແນໃສ່ກໍ່ກຳລັງກົດດັນເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງດຳເນີນການເຈລະຈາຢຸດຍິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.