ຂ່າວເດັ່ນ

ກອງ​ປະ​ຊຸມ​ສຸດຍອດ MICE ທົ່ວ​ໂລກ 2025 ຢູ່ ມົດ​ສະ​ກູ - ສະ​ຖານ​ທີ່​ເຕົ້າ​ໂຮມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂະ​ແໜງ MICE

ກອງ​ປະ​ຊຸມ​ສຸດຍອດ MICE ທົ່ວ​ໂລກ 2025 ຢູ່ ມົດ​ສະ​ກູ - ສະ​ຖານ​ທີ່​ເຕົ້າ​ໂຮມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂະ​ແໜງ MICE

(VOVWORLD) - ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE.

ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 (ພາບ: VOV5)

ວັນທີ 17 ທັນວາ, ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 ໄດ້ໄຂຂຶ້ນ ຢູ່ນະຄອນຫຼວງ ມົດສະກູ, ຢູ່ສະຫະພັນ ລັດເຊຍ. ດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ການເຕີບໂຕທົ່ວໂລກ”, ໃນສອງວັນເຮັດວຽກ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຂອງ MICE. ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE. ຢູ່ວາລະປະຊຸມ, ບັນດາຜູ້ແທນສອງນະຄອນທ່ອງທ່ຽວແຖວໜ້າ ຂອງສະຫະພັນ ລັດເຊຍແມ່ນ Moscow, Saint Peterburg ແລະ ບັນດາຜູ້ແທນສາກົນ ໄດ້ພ້ອມກັນປຶກສາຫາລືກ່ຽວກັບສະພາບການປັດຈຸບັນ ແລະ ແງ່ຫວັງຂອງຂະແໜງ MICE ໃນບັນດາປະເທດ BRICS ແລະ ຢູ່ຂົ້ວໃຕ້ໜ່ວຍໂລກ, ບັນດາໂອກາດໃໝ່ເປີດອອກຈາກການຮ່ວມມືສາກົນ ໂດຍອີງຕາມຄວາມເຄົາລົບວັດທະນະທຳ ແລະ ຄວາມເປັນຫຼາຍຮູບຫຼາຍແບບໃນການດຳເນີນທຸລະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.