ຂ່າວເດັ່ນ

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

(VOVWORLD) - ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພວມມີການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 23 ພະຈິກ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 (ພາບ: TTXVN)

ຕອນເຊົ້າວັນທີ 22 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 ຢູ່ ຮ່າໂນ້ຍ.

        ໃນກອງປະຊຸມປືກສາຫາລື, ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ສຸມໃສ່ສຳຫຼວດກວດຄືນເນື້ອໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເຫັນດີສືບຕໍ່ຮັກສາ ແລະ ຍູ້ແຮງບັນດາກົນໄກຮ່ວມມືປະຈຳໄລຍະລະຫວ່າງສອງກະຊວງໃນໄລຍະຈະມາເຖິງ. ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ, ພ້ອມທັງຢັ້ງຢືນຈະສືບຕໍ່ເປັນເຈົ້າການແບ່ງປັນຂໍ້ມູນ, ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນໃນທຸກຊ່ອງທາງ ແລະ ທຸກຂັ້ນ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງບົນເວທີສາກົນຂອງແຕ່ລະປະເທດ. ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸກຳມະການແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງການກະກຽມໃຫ້ແກ່ປີປະທານ ອາຊຽນ 2024 ຢ່າງເປັນເຈົ້າການຂອງລາວ ແລະ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍ ລາວ ປະຕິບັດໜ້າທີ່ສຳຄັນນີ້ຢ່າງສຳເລັດຜົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.