ຂ່າວເດັ່ນ

ກອງ​ທະ​ຫານ​ຊ່າງ​ແສງ​ເລກ​ 3 ປະ​ຕິ​ບັດ​ສຳ​ເລັດ​ການກວດ​ກາ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ໜ້າທີ່​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ UNISFA

ກອງ​ທະ​ຫານ​ຊ່າງ​ແສງ​ເລກ​ 3 ປະ​ຕິ​ບັດ​ສຳ​ເລັດ​ການກວດ​ກາ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ໜ້າທີ່​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ UNISFA

(VOVWORLD) - ວັນທີ 28 ພຶດສະພາ, ໃນຂອບເຂດການກວດກາຕີລາຄາຄວາມສາມາດປະຈຳປີ, ໂດຍຄະນະປະຕິບັດງານກຳລັງຊົ່ວຄາວຮັກສາຄວາມໝັ້ນຄົງ ສປຊ ປະຈຳ Abyei (UNISFA) ຈັດຂຶ້ນ, ກອງທະຫານຊ່າງແສງເລກ 3 ຂອງ ຫວຽດນາມ ໄດ້ປະຕິບັດສຳເລັດເນື້ອໃນການຕີລາຄາຢ່າງດີເລີດ, ຢັ້ງຢືນຄວາມສາມາດຮອບດ້ານໃນການປະຕິບັດໜ້າທີ່ຮັກສາສັນຕິພາບສາກົນ.

 
ຄະນະກວດກວມແລກປ່ຽນກ່ຽວກັບໝາກຜົນການກວດກາ

        ຕາມການຕີລາຄາຂອງຄະນະກວດກາແລ້ວ, ກອງທະຫານຊ່າງແສງເລກ 3 ຫວຽດນາມ ໄດ້ສະແດງອອກຢ່າງເປັນມືອາຊີບ, ມີລະບຽບວິໄນ, ເຂັ້ມງວດ ແລະ ມີຄວາມສາມາດດ້ານວິຊາສະເພາະຢ່າງພົ້ນເດັ່ນ. ກົມກອງໄດ້ເປັນເຈົ້າການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເງື່ອນໄຂດິນຟ້າອາກາດ, ພູມີສາດ ແລະ ຄວາມໝັ້ນຄົງຢູ່ເຂດ Abyei, ຮັບປະກັນປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ຮັບມືກັບບັນດາກໍລະນີຮີບດ່ວນ ແລະ ໜູນຊ່ວຍປະຊາຄົມທ້ອງຖິ່ນໄດ້ເປັນຢ່າງດີ. ມີຫຼາຍໜ້າທີ່ໄດ້ປະຕິບັດສຳເລັດດີກວ່າໝູ່ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກອົງການເຈົ້າໜ້າທີ່ ແລະ ການນຳຄະນະ.

        ບົດລາຍງານຂອງ UNISFA ກໍໄດ້ຮັບຮູ້ນ້ຳໃຈສາມັກຄີ, ທ່າທີການຮ່ວມມືທີ່ຕັ້ງໜ້າຂອງກົມກອງ ຫວຽດນາມ ກັບບັນດາກຳລັງສາກົນ ແລະ ປະຊາຊົນປະຈຳຖິ່ນ, ສິ່ງດັ່ງກ່າວໄດ້ປະກອບສ່ວນຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນພາລະກິດປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.