ຂ່າວເດັ່ນ

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ກອງ​ທັບ ໄທ - ກຳ​ປູ​ເຈຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

(VOVWORLD) - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.

ກອງປະຊຸມລະຫວ່າງກອງທັບ ໄທ ແລະ ກຳປູເຈຍ ໃນວັນທີ 29 ພຶດສະພາ

ຜູ້ຕາງໜ້າ 2 ຝ່າຍປະກາດບັນລຸໄດ້ຂໍ້ຕົກລົງສຳຄັນ 03 ສະບັບ, ລວມມີ: ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນຜ່ານກົນໄກປະຊຸມຄະນະກຳມະການຊາຍແດນລວມລະຫວ່າງສອງປະເທດ (JBC), ຄາດວ່າ ຈະໄດ້ຈັດຂຶ້ນໃນ 2 – 3 ອາທິດຈະມາເຖິງ; ຄຳໝັ້ນສັນຍາຮັກສາທີ່ຕັ້ງລາດຕະເວນ, ເຝົ້າລະວັງປ້ອງກັນຊາຍແດນຢ່າງສອດຄ່ອງ ເພື່ອແນໃສ່ຈຳກັດຄວາມສ່ຽງເກີດການປະທະກັນ; ຮັກສາສາຍພົວພັນຮ່ວມມືອັນດີງາມຜ່ານຄວາມອົດທົນ ແລະ ລະງັບໃຈ.

ນາຍພົນ ບຸນສິນ ພາດກຼານ, ຜູ້ບັນຊາການທະຫານເຂດ 2 ຂອງ ໄທ, ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ໂອ້ລົມສົນທະນາເພື່ອແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ ແລະ ສະກັດກັ້ນການນຳໃຊ້ອາວຸດເລັ່ງໃສ່ກັນ. ທ່ານ Boonsin Padklang ຮຽກຮ້ອງໃຫ້ປະຊາຊົນອຸ່ນອ່ຽງໃຈ ແລະ ເຊື່ອໝັ້ນຕໍ່ການເຈລະຈາລະຫວ່າງສອງຝ່າຍ.

ການເຈລະຈາໄດ້ດຳເນີນ ພາຍຫຼັງ 01 ວັນທີ່ກອງທັບ ໄທ ແລະ ກຳປູເຈຍ ເກີດການປະທະກັນຢູ່ເຂດຊາຍແດນລະຫວ່າງແຂວງ ອຸບົນ ຣາດຊະທານີ ຂອງ ໄທ ແລະ ແຂວງ Preah Vihear ຂອງ ກຳປູເຈຍ ໃນວັນທີ 28 ພຶດສະພາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.