ຂ່າວເດັ່ນ

ກອງ​ທັບ Madagascar ຖະ​ແຫຼງ​ຍາດ​ໄດ້​ສິດ​ຄວບ​ຄຸມ​ປະ​ເທດ​ຊາດ

ກອງ​ທັບ Madagascar ຖະ​ແຫຼງ​ຍາດ​ໄດ້​ສິດ​ຄວບ​ຄຸມ​ປະ​ເທດ​ຊາດ

(VOVWORLD) - ວັນທີ 14 ຕຸລາ, ກົມກອງຍອດຢ້ຽມຂອງກອງທັບ Madagascar ຖະແຫຼງວ່າ ຍາດໄດ້ສິດຄວບຄຸມປະເທດແລ້ວ, ພາຍຫຼັງທີ່ສະພາແຫ່ງຊາດປ່ອນບັດພິຈາລະນາໂທດປະທານາທິບໍດີ ທ່ານ Andry Rajoelina.

ທ່ານປະທານາທິບໍດີ Madagascar Andry Rajoelina ກ່າວຄຳເຫັນໃນວັນທີ 13/10/2025 (ພາບ: THX/TTXVN)

ທ່ານພົນໂທ Michael Randrianirina, ຜູ້ນຳໜ້າກົມກອງບໍລິຫານ ແລະ ເຕັກນິກ (CAPSAT), ຫົວໜ່ວຍແຖວໜ້າຂອງກອງທັບ Madagascar ໄດ້ກ່າວຖະແຫຼງຢູ່ທຳນຽບປະທານາທິບໍດີ, ໄດ້ແຈ້ງຢຸດຕິການປະຕິບັດລັດຖະທຳມະນູນ ແລະ ສ້າງຕັ້ງຄະນະກຳມະການບໍລິຫານຊົ່ວຄາວ ດ້ວຍຜູ້ຕາງໜ້າຂອງກອງທັບ, ສັນຕິລາດທະຫານ ແລະ ຕຳຫຼວດແຫ່ງຊາດ.

        ສານລັດຖະທຳມະນູນ Madagascar ໄດ້ຢັ້ງຢືນສິດອຳນາດຂອງທ່ານ Randrianirina, ປະກາດຖານະຕຳແໜ່ງຕັ້ງຂອງທ່ານປະທານາບໍດີຜູ້ຖືກປະຫວ່າງ. ເຖິງຢ່າງໃດກໍຕາມ, ທຳນຽບປະທານາທິບໍດີ Madagascar ໄດ້ກ່າວປະນາມການກະທຳດັ່ງກ່າວໃນທັນທີ, ພ້ອມທັງຢັ້ງຢືນວ່າ ທ່ານປະທານນາທິບໍດີ Rajoelina ຍັງຄົງສືບຕໍ່ດຳລົງຕຳແໜ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.