ຂ່າວເດັ່ນ

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ໃຫຍ່​ສວນ​ສະ​ໜາມ​ຢູ່​ສະ​ໜາມຫຼວງ ຈັດ​ຕຸ​ລັດ​ແດງ, ສະ​ຫະ​ພັນ ລັດ​ເຊຍ

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ໃຫຍ່​ສວນ​ສະ​ໜາມ​ຢູ່​ສະ​ໜາມຫຼວງ ຈັດ​ຕຸ​ລັດ​ແດງ, ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຕອນບ່າຍວັນທີ 7 ພຶດສະພາ, ທ່ານພົນຕີ ຫງວຽນກວາງງອກ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ຄະນະນັກຮົບ ຫວຽດນາມ ທີ່ເຂົ້າຮ່ວມການສວນສະໜາມໃນຈັດຕຸລັດແດງ, ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ (1945 – 2025).

ນັກຮົບກອງທັບປະຊາຊົນ ຫວຽດນາມ 68 ສະຫາຍ ຝຶກຊ້ອມເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ ຈັດຕຸລັດແດງ (ພາບ: qdnd.vn)

        ທ່ານພົນຕີ ຫງວຽນກວາງງອກ ຕີລາຄາສູງຄວາມານະພະຍາຍາມຂອງບັນດານັກຮົບໃນໄລຍະຜ່ານມາ, ພິເສດໃນມື້ຊ້ອມໃຫຍ່ສວນສະໜາມຢູ່ຈັດຕຸລັດແດງ ໃນຕອນເຊົ້າວັນທີ 7 ພືດສະພາ ແລະ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນສູງ ແລະ ປາດຖະໜາວ່າ ສະຫາຍຫົວໜ້າຄະນະ, ບັນດາຄູຝືກ, ພະນັກງານຕິດຕາມຄະນະພ້ອມດ້ວຍນັກຮົບທຸກຖ້ວນໜ້າທີ່ເຂົ້າຮ່ວມພິທີສວນສະໜາມຢູ່ຈັດຕຸລັດແດງໃນວັນທີ 9 ພຶດສະພາ ຈະມີຄວາມສະມັກຄີ, ພະຍາຍາມເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສືບຕໍ່ຝືກຊ້ອມເພື່ອຮອດວັນທີ 9 ພຶດສະພາ ຈະກ້າວໄປຢ່າງໝັ້ນຄົງເຂັ້ມແຂງໃນຈັດຕຸລັດແດງ, ສົມກັບມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມ, ກອງທັບວິລະຊົນ. ພວກເຮົາຕ້ອງຢັ້ງຢືນທາດແທ້ອັນດີງາມຂອງທະຫານລຸງໂຮ່”.

  ທ່ານພົນຕີ ຫງວຽນກວາງງອກ ລົງຢື້ຢາມຖາມຂ່າວ ແລະ ໃຫ້ກຳລັງໃຈອ້າຍນ້ອງທະຫານ

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພຶດສະພາ, ນັກຮົບກອງທັບປະຊາຊົນ ຫວຽດນາມ 68 ສະຫາຍ ກໍ່ໄດ້ເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ ຈັດຕຸລັດແດງ.

ທູຮ່າ, ດັ້ງເກື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.