ຂ່າວເດັ່ນ

ກອງປະຊຸມຄັ້ງທີ 5, ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ

ກອງປະຊຸມຄັ້ງທີ 5, ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ

(VOVWORLD) - ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ທີ່ຈັດຂຶ້ນໃນວັນທີ 15 ມີນາ ຜ່ານມາ ແມ່ນໜຶ່ງໃນບັນດາການເລືອກຕັ້ງມີຂອບຂະໜາດໃຫຍ່, ກວ້າງຂວາງ, ມີຄວາມຮຽກຮ້ອງສູງສຸດ ໄດ້ປະສົບຜົນສຳເລັດຢ່່າງຈົບງາມ

(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 21 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມຄັ້ງທີ 5, ສະພາເລືອກຕັ້ງແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ທີ່ຈັດຂຶ້ນໃນວັນທີ 15 ມີນາ ຜ່ານມາ ແມ່ນໜຶ່ງໃນບັນດາການເລືອກຕັ້ງມີຂອບຂະໜາດໃຫຍ່, ກວ້າງຂວາງ, ມີຄວາມຮຽກຮ້ອງສູງສຸດ ໄດ້ປະສົບຜົນສຳເລັດຢ່່າງຈົບງາມ; ເຫດການແມ່ນວັນບຸນໃຫຍ່ຂອງຊາດຢ່າງແທ້ຈິງ; ຮັບປະກັນໄດ້ລັກສະນະປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດ ແລະ ແທດຈິງ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:

“ສິ່ງສຳຄັນທີ່ສຸດ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມປິຕິຊົມຊື່ນເມື່ອໄດ້ໄປປ່ອນບັດຢ່າງຄົບຖ້ວນ, ເລືອກເອົາບັນດາຜູ້ທີ່ເໝາະສົມ ເພື່ອເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ຜ່ານບົດຂຽນຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫວັງວ່າ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ຈະປະຕິບັດລ້ອນໜ້າທີ່ ແລະ ຄຳໝັ້ນສັນຍາຂອງຕົນຕໍ່ກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເມື່ອໄດ້ອອກສະໝັກຮັບເລືອກຕັ້ງ. ທ່ານເລຂາທິການໃຫຍ່, ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ໄດ້ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກັບສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ”.

ກໍ່ທີ່ກອງປະຊຸມ, ສະພາເລືອກຕັ້ງແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາບົດສະຫຼຸບການເລືອກຕັ້ງ ແລະ ມະຕິປະກາດໝາກຜົນການເລືອກຕັ້ງ.

ຕອນບ່າຍວັນດຽວກັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດກອງປະຊຸມປະກາດມະຕິຂອງສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບໝາກຜົນການເລືອກຕັ້ງ ແລະ ບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 16. ຕາມບັນຊີລາຍຊື່ທີ່ສະພາເລືອກຕັ້ງແຫ່ງຊາດປະກາດ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ກຳມະການກົມການເມືອງ, ຄະນະເລຂາທິການ ລ້ວນແຕ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16.

This site is protected by reCAPTCHA and the Google Privacy Policy and Terms of Service apply.