ຂ່າວເດັ່ນ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດໄດ້ເປັນເອກະພາບຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິສະບັບໃໝ່, ເພື່ອສ້າງເງື່ອນໄຂບຸກທະລຸໃຫ້ນະຄອນ ຫາຍຟ່ອງ ພັດທະນາ

ທີ່ກອງປະຊຸມສະໄໝສາມັນເທື່ອທີ 9
(ພາບ: quochoi.vn)

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 13 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືທີ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການທົດລອງກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງເພື່ອພັດທະນານະຄອນ ຫາຍຟ່ອງ.

        ບັນດາສະມາຊິກສະພາແຫ່ງຊາດໄດ້ເປັນເອກະພາບຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິສະບັບໃໝ່, ເພື່ອສ້າງເງື່ອນໄຂບຸກທະລຸໃຫ້ນະຄອນ ຫາຍຟ່ອງ ພັດທະນາກາຍເປັນຂົ້ວເຕີບໂຕໃໝ່, ແມ່ນໜຶ່ງໃນບັນດາສູນ logictic ຂອງທົ່ວປະເທດ, ກໍຄືບັນດານະໂຍບາຍກະໂດດຂັ້ນໃນຂົງເຂດການເງິນ - ງົບປະມານ, ການລົງທຶນ, ທີ່ດິນ, ວິທະຍາສາດເຕັກໂນໂລຊີ… ທີ່ນຳໃຊ້ສຳລັບນະຄອນ. ໂດຍຮັບເອົາ, ອະພິປາຍບັນດາບັນຫາທີ່ສະພາແຫ່ງຊາດຍົກອອກມາ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນວັນທັງ, ໃຫ້ຮູ້ວ່າ:

        “ບັນດານະໂຍບາຍສຳລັບເຂດການຄ້າເສລີ ໄດ້ສ້າງຂຶ້ນບົນພື້ນຖານການຄົ້ນຄວ້າ, ຕີລາຄາ, ໄຈ້ແຍກບັນດານະໂຍບາຍທີ່ພວມນຳໃຊ້ຢູ່ເຂດການຄ້າເສລີພາຍໃນປະເທດ ແລະ ເຂດການຄ້າເສລີທີ່ໄດ້ບັນລຸຜົນສຳເລັດໃນໂລກ ແລະ ມີການດັດປັບໃຫ້ສອດຄ່ອງຢູ່ນະຄອນ, ສະນັ້ນແມ່ນມີລະດັບເປີດສູງ. ໃນວິວັດການຜັນຂະຫຍາຍ ຈະຕີລາຄາ, ພິຈາລະນາສະເໜີເປີດກວ້າງ ແລະ ເປັນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ຫັນບັນດາຂໍ້ກຳນົດເຂດການຄ້າເສລີເປັນກົດໝາຍໃນຂອບເຂດທົ່ວປະເທດ”.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການຄາດຄະເນໂຄງການຕິດຕາມຂອງສະພາແຫ່ງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.