ຂ່າວເດັ່ນ

ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2

ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ໄດ້ດຳເນີນກອງປະຊຸມສະມາຄົມມິດຕະພາບ ລາວ - ຫວຽດນາມ ທົ່ວປະເທດຄັ້ງທີ 2.

 (ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ກຳມະການຄະນະປະຈຳ ສະພາແຫ່ງຊາດ, ຫົວໜ້າກຳມາທິການແຜນການ - ການເງິນ ແລະ ກວດສອບຂອງສະພາແຫ່ງຊາດລາວ, ປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ເນັ້ນໜັກວ່າ:

        ທ່ານ ຮວ່າງຊວນເລືອງ, ອະດີດຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງສະມາຄົມມິດຕະພາບ ລາວ - ຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ກໍ່ຄືການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ 2 ສະມາຄົມ ໃນການຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານ

ຮວ່າງຊວນເລືອງ ຢືນຢັນວ່າ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວມິດຕະພາບປະຊາຊົນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.