ຂ່າວເດັ່ນ

ກອງປະຊຸມສຳມະນາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ໂຕກຽວ

ກອງປະຊຸມສຳມະນາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ໂຕກຽວ

(VOVWORLD) - ວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ສູນ ອາຊຽນ ຍີ່ປຸ່ນ (AJC) ໄດ້ສົມທົບກັບສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ໄລຍະທາງ 50 ປີມຸ່ງໄປເຖິງປະຊາຄົມ ອາຊຽນ”.

ກອງປະຊຸມສຳມະນາຢູ່ໂຕກຽວ 

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ທັງເປັນປະທານປະຈຸບັນຂອງຄະນະກຳມະການ ອາຊຽນ ປະຈຳ ໂຕກຽວ ຖືວ່າ: ກອງປະຊຸມສຳມະນາຄັ້ງນີ້ ແມ່ນໜຶ່ງໃນບັນດາການເຄື່ອນໄຫວມີຄວາມໝາຍເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 -8/8/2017). ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ເນັ້ນໜັກວ່າ ປະຊາຄົມ ອາຊຽນ ພວມກາຍເປັນຮູບແບບການເຊື່ອມໂຍງພາກພື້ນບັນລຸຜົນສຳເລັດໃນທັງ 3 ຂົງເຂດຫຼັກແຫຼ່ງນັ້ນແມ່ນການເມືອງ ແລະ ຄວາມໝັ້ນຄົງພາກພື້ນ, ການເຊື່ອມໂຍງເສດຖະກິດ ແລະ ສ້າງລະບອບ. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ຢືນຢັນວ່າ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນແຖວໜ້າຂອງ ອາຊຽນ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໄຈ້ແຍກກ່ຽວກັບບັນດາຜົນສຳເລັດ, ບົດຮຽນທີ່ຖອດຖອນມາໄດ້ໃຫ້ ອາຊຽນ ກໍ່ຄືກ່ຽວກັບແງ່ຫວັງການພົວພັນພວມນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ໃນໄລຍະຈະມາເຖິງ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.