ຂ່າວເດັ່ນ

ກອງປະຊຸມສຸດຍອດ ເອີຣົບ: ອາເມລິກາ ສົ່ງເຄື່ອງອຸປະກອນຕ້ານເຮືອບິນບໍ່ມີຄົນຂັບໄປຍັງແດນມາກ

ກອງປະຊຸມສຸດຍອດ ເອີຣົບ: ອາເມລິກາ ສົ່ງເຄື່ອງອຸປະກອນຕ້ານເຮືອບິນບໍ່ມີຄົນຂັບໄປຍັງແດນມາກ

(VOVWORLD) - ວັນທີ 30 ກັນຍາ, ກະຊວງປ້ອງກັນປະເທດ ແດນມາກ ໃຫ້ຮູ້ວ່າ ໄດ້ຮັບບັນດາອຸປະກອນຕ້ານເຮືອບິນບໍ່ມີຄົນຂັບຈາກຝ່າຍ ອາເມລິກາ ເພື່ອເພີ່ມທະວີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ກອງປະຊຸມສຸດຍອດ ເອີຣົບ ທີ່ຈະຈັດຂຶ້ນໃນວັນທີ 1 – 2 ຕຸລາ.

        ກ່ອນໜ້ານັ້ນ ວັນທີ 29 ກັນຍາ, ລັດຖະບານ ຊູແອັດ ໄດ້ຮັບຮອງເອົາເລື່ອງຜັນຂະຫຍາຍລະບົບຕ້ານເຮືອບິນບໍ່ມີຄົນຂັບພ້ອມດ້ວຍບາງຫົວໜ່ວຍ ຣາດາ ໄປຍັງ ແດນມາກ ເພື່ອແນໃສ່ເພີ່ມທະວີການຮັບປະກັນຄວາມໝັ້ນຄົງໃຫ້ແກ່ນະຄອນຫຼວງ Copenhagen ແລະ ປ້ອງກັນໃຫ້ບັນດາກອງປະຊຸມຂັ້ນສູງ, ປະຕິບັດຕາມຂໍ້ສະເໜີຈາກຝ່າຍ ແດນມາກ.

        ນອກຈາກ ຊູແອັດ ແລ້ວ, ຝລັ່ງ ແລະ ເຢຍລະມັນ ກໍຝາກບັນດາຫົວໜ່ວຍຮັບຜິດຊອບສະເພາະການຕ້ານເຮືອບິນບໍ່ມີຄົນຂັບ, ພ້ອມທັດສົ່ງເຮືອບິນ ເຮລີກອບແຕ ແລະ ກໍ່າປັ່ນປ້ອງກັນອາກາດ Hamburg ໄປຍັງ Copenhagen ເພື່ອຕິດຕາມເຂດທະເລ Baltic.

ນັກຂ່າວ VOV ປະຈໍາ ຝລັ່ງ


This site is protected by reCAPTCHA and the Google Privacy Policy and Terms of Service apply.