ຂ່າວເດັ່ນ

ກົດ​ໝາຍ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ: ເຊີດ​ຊູ​ບົດ​ບາດ​ຂອງ​ແມ່​ຍິງ

ກົດ​ໝາຍ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ: ເຊີດ​ຊູ​ບົດ​ບາດ​ຂອງ​ແມ່​ຍິງ

(VOVWORLD) - ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ພວມດຳເນີນຢູ່ ຮ່າໂນ້ຍ. ໜຶ່ງໃນບັນດາຮ່າງກົດໝາຍ ທີ່ໄດ້ຍົກອອກມາປຶກສາຫາລື ນັ້ນແມ່ນ ກົດໝາຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ. ດ້ວຍຫຼາຍເນື້ອໃນ ທັງຮັບປະກັນລັກສະນະສອດຄ່ອງກັບສະພາບການຕົວຈິງຂອງປະເທດຊາດ, ທັງຕອບສະໜອງໄດ້ຂໍ້ກຳນົດຂອງສະພາຄວາມໝັ້ນຄົງ ສປຊ.

 
 

ຕາມບົດລາຍງານຂອງ ສປຊ, ໃນຈຳນວນພະນັກງານຮັກສາສັນຕິພາບເກືອບ 80.000 ຄົນ, ພະນັກງານຍິງກວມເອົາ 8,4%. ສະເພາະທະຫານ ແລະ ຕຳຫຼວດທີ່ຍິງ ກວມເອົາກວ່າ 27%. ໃນມະຕິສະບັບເລກທີ 2242, ສະພາຄວາມໝັ້ນຄົງ ສປຊ ຫວັງວ່າ ຮອດປີ 2028, ກຸ່ມເປົ້າໝາຍດັ່ງກ່າວຈະບັນລຸປະມານ 35%.

ທ່ານ ພັນເອກ ຫງວຽນຍືແກັງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ກະຊວງປ້ອງກັນປະເທດ ຫວຽດນາມ  (ພາບ: ກົມຮັກສາສັນຕິພາບ ຫວຽດນາມ)

        ນັບແຕ່ປີ 2014 ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານປະມານ 1.1000  ເທື່ອຄົນໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ 3 ຄະນະ ແລະ ສຳນັກງານ ສປຊ. ໃນນັ້ນ ເພດຍິງກວມເອົາ 13%, ຮັບປະກັນອັດຕາແມ່ຍິງຖືກຕ້ອງຕາມມາດຕະຖານຂອງ ສປຊ. ທ່ານ ພັນເອກ ຫງວຽນຍືແກັງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ຮ່າງກົດໝາຍ ໄດ້ສະເໜີແບບວິທີເພື່ອຍົກສູງບົດບາດຄວາມສະເໝີພາບລະຫວ່າງຍິງ - ຊາຍ ດ້ວຍສອງເປົ້າໝາຍ. ທີໜຶ່ງ, ຕອບສະໜອງຄວາມຮຽກຮ້ອງຂອງ ສປຊ ຕາມມະຕິເລກທີ 1325 ຂອງ ສປຊ ກ່ຽວກັບແມ່ຍິງຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ. ເປົ້າໝາຍທີສອງແມ່ນມີຄວາມສຳຄັນທີ່ສຸດ ນັ້ນແມ່ນສ້າງກອບນິຕິກຳ ແລະ ແມ່ນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງສົ່ງເສີມບັນດານາຍທະຫານຍິງ ແລະ ຕຳຫຼວດຍິງເຂົ້າຮ່ວມການຮັກສາສັນຕິພາບ ສປຊ.”

 
ທ່ານ ພັນເອກ ເລກວັກຮຸຍ, ຫ້ອງການປະຈຳກະຊວງຕຳຫຼວດ ຫວຽດນາມ (ພາບ: ກົມຮັກສາສັນຕິພາບ ຫວຽດນາມ)

        ທ່ານ ພັນເອກ ເລກວັກຮຸຍ, ຫ້ອງການປະຈຳກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ ສປຊ ຢັ້ງຢືນວ່າ  ຮ່າງກົດໝາຍໄດ້ຮັບການຮຽບຮຽງຢ່າງສົມບູນແບບ ຈະເປັນກອບນິຕິກຳສຳຄັນສົ່ງເສີມແມ່ຍິງເຂົ້າຮ່ວມປະກອບສ່ວນໃຫ້ແກ່ການເຄື່ອນໄຫວດັ່ງກ່າວ:

        “ຮ່າງກົດໝາຍຄັ້ງນີ້ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງລະບອບໂຍບາຍໃຫ້ແກ່ກຳລັງທີ່ເຂົ້າຮ່ວມຮັກສາສັນຕິພາບ, ໝູນໃຊ້ສຳລັບບໍ່ພຽງແຕ່ກຳລັງທີ່ພວມໃນວິວັດທະນາການຝຶກຝົນຫຼໍ່ຫຼອມຢູ່ພາຍໃນປະເທດ ເທົ່ານັ້ນ, ຫາກຍັງໝູນໃຊ້ໄດ້ໃນຂະນະຜັນຂະຫຍາຍ ແລະ ພິເສດ ນັບທັງກຳລັງທີ່ໄດ້ສິ້ນສຸດອາຍຸການ ແລະ ກັບຄືນເມືອປະເທດຢ່າງປອດໄພແລ້ວ. ນອກຈາກນັ້ນ ກໍມີບັນດາຂໍ້ກຳນົດເພື່ອໃຫ້ກຳລັງໃຈກຳລັງເພດຍິງ, ນັບທັງທາງດ້ານວັດຖຸ ແລະ ຈິດໃຈ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.