ຂ່າວເດັ່ນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍການຫັນເປັນດີຈີຕອນ.

ການປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ (ພາບ: quochoi.vn)

 ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການສ້າງກົດໝາຍແມ່ນຄວາມຈຳເປັນໃນສະພາບການ ຫວຽດນາມ ກຳນົດການຫັນເປັນດີຈີຕອນແມ່ນບາດກ້າວບຸກທະລຸຍຸດທະສາດແຖວໜ້າ, ແມ່ນກຳລັງໜູນພັດທະນາເສດຖະກິດ - ສັງຄົມ ໃນສັງກາດໃໝ່.

ກົດໝາຍລວມມີ 8 ພາກ, 79 ມາດຕາ, ໃນນັ້ນ ໄດ້ກຳນົດຢ່າງລະອຽດກ່ຽວກັບການດັດປັບບັນດາສາຍພົວພັນພາກສ່ວນເຂົ້າຮ່ວມການເຄື່ອນໄຫວດີຈີຕອນຢູ່ ຫວຽດນາມ. ທ່ານ ຫງວຽນກວາງຮວັນ ສະມາຊິກສະພາແຫ່ງຊາດຄະນະນະຄອນ ໂຮ່ຈີມິນ, ຖືວ່າ ຮ່າງກົດໝາຍວ່າດ້ວຍການຫັນເປັນດີຈີຕອນຖືກສ້າງຂຶ້ນໃນສະພາບການ ຫວຽດນາມ ພວມສ້າງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ. ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນຈະຕ້ອງກວມເອົາປະມານ 30% GDP.

“ນີ້ແມ່ນຕົວເລກທີ່ມີແງ່ຫວັງສູງສຸດ. ຢາກຊຸກຍູ້ເສດຖະກິດພັດທະນາ ແລະ ແມ່ນກຳລັງໜູນຕົ້ນຕໍນັ້ນ ແມ່ນຕ້ອງມີກົດໝາຍ. ຕາມຂ້າພະເຈົ້າແລ້ວ, ກົດໝາຍໄດ້ສ້າງຂຶ້ນໃນຈຸດເວລານີ້ ແມ່ນຕິດພັນກັບສະພາບການຕົວຈິງທີ່ມີຄວາມຈຳເປັນ, ແນໃສ່ຫັນບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມະຕິສະບັບເລກທີ 57 ກ່ຽວກັບນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດເປັນລະອຽດ. ພວກຂ້າພະເຈົ້າປະຕິບັດໂຄງການກ່ຽວກັບເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວນັ້ນ ຕ້ອງມີກົດໝາຍ ແລະ ດັ່ງນັ້ນ, ກົດໝາຍສະບັບນີ້ໄດ້ສ້າງຂຶ້ນຖືກກັບຈຸດເວລາ, ທັງແມ່ນຄວາມຕ້ອງການດ້ານການເມືອງ ທັງແມ່ນຄວາມຕ້ອງການຕົວຈິງຂອງຊີວິດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.