ຂ່າວເດັ່ນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ປັບ​ປຸງ​ຕາມທິດ​ຫັນ​ລະ​ບຽບປະ​ຕິ​ບັດ​​ຕົກ​ລົງ​ຮັບ​ຮອງ​​ແຜນ​ການ​ລົງ​ທຶນ​ເປັນ​ງ່າຍ​ດາຍ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ປັບ​ປຸງ​ຕາມທິດ​ຫັນ​ລະ​ບຽບປະ​ຕິ​ບັດ​​ຕົກ​ລົງ​ຮັບ​ຮອງ​​ແຜນ​ການ​ລົງ​ທຶນ​ເປັນ​ງ່າຍ​ດາຍ

(VOVWORLD) - ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 11 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດສະເໜີຂອງລັດຖະບານ ແລະ ບົດລາຍງານການປະເມີນຜົນຂອງກຳມາທິການເສດຖະກິດ ແລະ ການເງິນກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn)

ຕາມບົດສະເໜີຂອງລັດຖະບານ, ຮ່າງກົດໝາຍໄດ້ຮັບການປັບປຸງໃຫ້ສົມບູນຕາມທິດ: ຮັດແຄບ ແລະ ເຮັດແຈ້ງຂອບເຂດຂອງບັນດາໂຄງການທີ່ຕ້ອງປະຕິບັດຕາມຂໍ້ຕົກລົງຮັບຮອງແຜນນະໂຍບາຍ; ສືບຕໍ່ຍູ້ແຮງການແບ່ງຂັ້ນ, ແບ່ງສິດຕົກລົງຮັບຮອງແຜນນະໂຍບາຍລົງທຶນ; ຫັນລະບຽບການປະຕິບັດຕົກລົງຮັບຮອງແຜນນະໂຍບາຍລົງທຶນເປັນງ່າຍດາຍຕາມທິດຄັດເລືອກບາງເນື້ອໃນປະເມີນຜົນທີ່ບໍ່ຈຳເປັນ ຕ້ອງພິຈາລະນາຢູ່ໄລຍະອະນຸມັດແຜນນະໂຍບາຍລົງທຶນ.

        ຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງກໍຫຼຸດ 25 ຂະແໜງ, ອາຊີບລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂ; ຮັດແຄບ, ປັບປຸງຂອບເຂດຂອງ 20 ຂະແໜງ, ອາຊີບດຳເນີນທຸລະກິດກໍມີເງື່ອນໄຂ; ກຳນົດຂະແໜງ, ອາຊີບທີ່ໄດ້ຮັບສິດທິພິເສດລົງທຶນ. ກ່ຽວກັບການສ້າງຕັ້ງ, ອົງການເສດຖະກິດລົງທຶນຕ່າງປະເທດ, ຮ່າງກົດໝາຍສະບັບປັບປຸງກຳນົດອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ໄດ້ຮັບການສ້າງຕັ້ງວິສາຫະກິດກ່ອນທີ່ອອກໃບຢັ້ງຢືນຈົດທະບຽນການລົງທຶນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.