ຂ່າວເດັ່ນ

ກົດໝາຍວ່າດ້ວຍສື່ມວນຊົນຕ້ອງສ່ອງແສງຖືກຕາມທ່າອ່ຽງພັດທະນາຂອງສື່ມວນຊົນທັນສະໄໝ

ກົດໝາຍວ່າດ້ວຍສື່ມວນຊົນຕ້ອງສ່ອງແສງຖືກຕາມທ່າອ່ຽງພັດທະນາຂອງສື່ມວນຊົນທັນສະໄໝ

(VOVWORLD) - ໃນກົດໝາຍຄວນກຳນົດແຈ້ງຊ່ອງເນື້ອໃນດີຈີຕອນຂອງອົງການສື່ມວນຊົນ. ພວກຂ້າພະເຈົ້າຂໍສະເໜີປັບປຸງເປັນ “ສື່ມວນຊົນຫຼາຍປະເພດ, ຫຼາຍພື້ນຖານ, ແມ່ນຮູບແບບສື່ມວນຊົນເອົາລົງທາງອິນເຕີເນັດ

(ທ່ານສະມາຊິກສະພາແຫ່ງຊາດ ໂດ້ຕຽນຊີ້, ຄະນະຜູ້ແທນ ຮືງອຽນ)

        ຮ່າງກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງ, ຕ້ອງເພີ່ມເຕີມຮູບແບບ, ຄື: “ສື່ມວນຊົນຫຼາຍປະເພດ/ຫຼາຍພື້ນຖານ” (multimedia) ຫຼື “ຊ່ອງເນື້ອໃນດີຈີຕອນຂອງອົງການສື່ມວນຊົນ” ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການຫັນເປັນດີຈີຕອນຢ່າງແຮງໃນປະຈຸບັນ. ນີ້ແມ່ນບັນຫາເຊິ່ງສະມາຊິກສະພາແຫ່ງຊາດຫຼາຍທ່ານໃຫ້ຄວາມສົນໃຈ ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວໃນວາລະປຶກສາຫາລືຢູ່ໜ່ວຍ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 23 ຕຸລາ.

        ເມື່ອສະເໜີເພີ່ມເຕີມ, ດັດປັບຮູບແບບ “ສື່ມວນຊົນຫຼາຍປະເພດ/ຫຼາຍພື້ນຖານ” ຫຼື “ຊ່ອງເນື້ອໃນດີຈີຕອນຂອງອົງການສື່ມວນຊົນ” ທ່ານສະມາຊິກສະພາແຫ່ງຊາດ ໂດ້ຕຽນຊີ້, ຄະນະຜູ້ແທນ ຮືງອຽນ, ເນັ້ນໜັກວ່າ:

        “ໃນກົດໝາຍຄວນກຳນົດແຈ້ງຊ່ອງເນື້ອໃນດີຈີຕອນຂອງອົງການສື່ມວນຊົນ. ພວກຂ້າພະເຈົ້າຂໍສະເໜີປັບປຸງເປັນ “ສື່ມວນຊົນຫຼາຍປະເພດ, ຫຼາຍພື້ນຖານ, ແມ່ນຮູບແບບສື່ມວນຊົນເອົາລົງທາງອິນເຕີເນັດ, ພ້ອມກັນນັ້ນ ກໍ່ສາມາດສົມທົບກັບບັນດາຮູບແບບສື່ສິ່ງພິມ, ການກະຈາຍສຽງ, ໂທລະພາບ. ອັນນີ້ສາມາດສ່ອງແສງໄດ້ທ່າອ່ຽງການຫັນເປັນດີຈີຕອນ”.

        ເສດຖະກິດສື່ມວນຊົນກໍ່ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານປະກອບຄຳເຫັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.