ຂ່າວເດັ່ນ

ກຸ່​ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ເຢຍ​ລະ​ມັນ ລົງ​ທຶນ​ສູນ​ຄົ້ນ​ຄວ້າລວມ​ມູນ​ຄ່າກວ່າ 150 ລ້ານ ເອີ​ໂຣ ເຂົ້າ ຫວຽດ​ນາມ

ກຸ່​ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ເຢຍ​ລະ​ມັນ ລົງ​ທຶນ​ສູນ​ຄົ້ນ​ຄວ້າລວມ​ມູນ​ຄ່າກວ່າ 150 ລ້ານ ເອີ​ໂຣ ເຂົ້າ ຫວຽດ​ນາມ

(VOVWORLD) - ດ້ວຍເລື່ອງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ SAP Labs Vietnam, ຫວຽດນາມ ຈະແມ່ນໜຶ່ງໃນຈຳນວນ 20 ປະເທດໃນທົ່ວໂລກທີ່ໄດ້ຮັບການລົງທຶນສູນ R&D ຈາກ SAP. ຜ່ານນັ້ນ ກໍປັບປຸງຄຳໝັ້ນສັນຍາຂອງ SAP ໃນການຍົກສູງກຳລັງຄວາມສາມາດດີຈີຕອນຂອງ ຫວຽດນາມ ແລະ ນຳ ຫວຽດນາມ ກາຍເປັນຕະຫຼາດເຕັກໂນໂລຢີທີ່ຂະຫຍັນຂັນເຄື່ອນແຖວໜ້າໃນພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ແລະ ບັນດາຜູ້ແທນໃນພິທີເປີດສະຫຼອງນຳໃຊ້ສູນຄົ້ນຄວ້າ ແລະ ພັດທະນາ SAP Labs Vietnam (ພາບ: VGP/Thu Sa)

ວັນທີ 07 ສິງຫາ, ກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ SAP ຂອງ ເຢຍລະມັນ ໄດ້ປະກາດສ້າງຕັ້ງ ແລະ ເຄື່ອນໄຫວສູນຄົ້ນຄວ້າ - ພັດທະນາ SAP Labs Vietnam ຢ່າງເປັນທາງການ ດ້ວຍແຜນການລົງທຶນກວ່າ 150 ລ້ານ ເອີໂຣ ໃນໄລຍະ 5 ປີຈະມາເຖິງ. ສູນຄົ້ນຄວ້າດັ່ງກ່າວຕັ້ງຢູ່ ຕາແສງ ໄຊງ່ອນ, ນະຄອນ ໂຮ່ຈີມິນ, ເຊິ່ງເປັນສູນແຫ່ງທີ 2 ຂອງ SAP ຢູ່ ອາຊີຕາເວັນອອກສ່ຽງໃຕ້ (ແຫ່ງທຳອິດຕັ້ງຢູ່ ສິງກະໂປ).

        ກ່າວຄໍາເຫັນໃນເຫດການດັ່ງກ່າວ, ທ່ານ Clas Neumann, ຮອງປະທານຂັ້ນສູງ, ຜູ້ອຳນວຍການເຄືອຂ່າຍ SAP Labs ທົ່ວໂລກ, ໄດ້ຕີລາຄາວ່າ ນີ້ແມ່ນ “ຈຸດເວລາອັນຖືກຕ້ອງ” ເພື່ອລົງທຶນເຂົ້າ ຫວຽດນາມ ເພາະວ່າ ກຳລັງຊັບພະຍາກອນມະນຸດທີ່ມີຄວາມເກັ່ງກ້າສາມາດ້ານເຕັກໂນໂລຢີພວມມີຄວາມອຸດົມສົມບູນ, ມີການໜູນຊ່ວຍຈາກລັດຖະບານໃນຂົງເຂດນະວັດຕະກຳ ແລະ ຫັນເປັນດີຈີຕອນຢ່າງແຮງ, ພ້ອມກັບລະບົບວິຊາການສຶກສາ, ພື້ນຖານດ້ານວັດຖຸທີ່ດີນຳອີກ.

        ດ້ວຍເລື່ອງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ SAP Labs Vietnam, ຫວຽດນາມ ຈະແມ່ນໜຶ່ງໃນຈຳນວນ 20 ປະເທດໃນທົ່ວໂລກທີ່ໄດ້ຮັບການລົງທຶນສູນ R&D ຈາກ SAP. ຜ່ານນັ້ນ ກໍປັບປຸງຄຳໝັ້ນສັນຍາຂອງ SAP ໃນການຍົກສູງກຳລັງຄວາມສາມາດດີຈີຕອນຂອງ ຫວຽດນາມ ແລະ ນຳ ຫວຽດນາມ ກາຍເປັນຕະຫຼາດເຕັກໂນໂລຢີທີ່ຂະຫຍັນຂັນເຄື່ອນແຖວໜ້າໃນພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.