ຂ່າວເດັ່ນ

ກຸ່ມ​ບໍ​ລິ​ສັດ SYRE, ຊູ​ແອັດ ປາດ​ຖະ​ໜາ​ຢາກ​ນຳ ຫວຽດ​ນາມ​ກາຍ​ເປັນ​ສູນ​ລະ​ບົບ​ນິ​ເວດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ທົ່ວ​ໂລກ

ກຸ່ມ​ບໍ​ລິ​ສັດ SYRE, ຊູ​ແອັດ ປາດ​ຖະ​ໜາ​ຢາກ​ນຳ ຫວຽດ​ນາມ​ກາຍ​ເປັນ​ສູນ​ລະ​ບົບ​ນິ​ເວດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ທົ່ວ​ໂລກ

(VOVWORLD) - ດ້ວຍບົດຮຽນປະສົບການກ່ຽວກັບການຜະລິດຕ່ຳແຜ່ນຕັດຫຍິບ, ກຸ່ມບໍລິສັດ SYRE ຕ້ອງຕັ້ງໜ້ານຳໃຊ້ພະລັງງານໄຟຟ້າສະອາດ, ວັດຖຸດິບສົ້ນເຂົ້າທີ່ສະອາດ, ໃນວິວັດການຜະລິດຕ້ອງຫຼຸດຜ່ອນການປ່ອຍອາຍພິດອອກສູ່ສິ່ງແວດລ້ອມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Susanna Campbell, ປະທານກຸ່ມບໍລິສັດ SYRE (ພາບ: VOV)

ຕອນບ່າຍວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Susanna Campbell, ປະທານກຸ່ມບໍລິສັດ SYRE, ຊູແອັດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ກຸ່ມບໍລິສັດ SYRE ລົງທຶນພັດທະນາຂະແໜງຕ່ຳແຜ່ນຕັດຫຍິບຕາມທິດສີຂຽວ, ຍືນຍົງຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີວ່າ ດ້ວຍບົດຮຽນປະສົບການກ່ຽວກັບການຜະລິດຕ່ຳແຜ່ນຕັດຫຍິບ, ກຸ່ມບໍລິສັດ SYRE ຕ້ອງຕັ້ງໜ້ານຳໃຊ້ພະລັງງານໄຟຟ້າສະອາດ, ວັດຖຸດິບສົ້ນເຂົ້າທີ່ສະອາດ, ໃນວິວັດການຜະລິດຕ້ອງຫຼຸດຜ່ອນການປ່ອຍອາຍພິດອອກສູ່ສິ່ງແວດລ້ອມ. ເລື່ອງກຸ່ມບໍລິສັດ SYRE ຄາດວ່າຈະມາລົງທຶນຢູ່ແຂວງບິ່ງດິງ ແມ່ນການເລືອກເຟັ້ນທີ່ສະຫຼາດ ຍ້ອນວ່າ ແຂວງບິ່ງດິງມີສະພາບແວດລ້ອມແຫ່ງການລົງທຶນທີ່ດີທີ່ສຸດ.

ສ່ວນທ່ານນາງ Susanna Campbell ໃຫ້ຮູ້ວ່າໃນໄລຍະຜ່ານມາ, ທາງບໍລິສັດພວມຍູ້ແຮງການລົງທຶນເຂົ້າບັນດາຕະຫຼາດຕ່າງປະເທດ, ໃນນັ້ນໃຫ້ບຸລິມະສິດການຫັນເປັນສີຂຽວ, ພັດທະນາແບບຍືນຍົງ. ທ່ານນາງ Susanna Campbell ກໍ່ປາດຖະໜາຢາກພ້ອມກັນຮ່ວມມືເພື່ອນຳຫວຽດນາມ ກາຍເປັນສູນລະບົບນິເວດຕ່ຳແຜ່ນຕັດຫຍິບທົ່ວໂລກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດປະຈຳ ຫວຽດນາມ Johan Ndisi. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແລະ ຊູແອັດ ມີການພົວພັນມິດຕະພາບອັນດີງາມທີ່ສຸດໃນຫຼາຍປີຜ່ານມາ, ທ່ານປາດຖະໜາຢາກພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ກັບຊູແອັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.